ສ.ເກົາຫລີ ເລີ່ມກວດໂຄວິດ-19 ໃຫ້ສັດລ້ຽງ ຖ້າມີອາການບໍ່ສະບາຍ ແລະ ໃກ້ຊິດຜູ້ຕິດເຊື້ອ

ໃນວັນທີ 10 ກຸມພາ 2021, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທາງການນະຄອນຫລວງເຊອຸນຂອງ ສ.ເກົາຫລີ ກຽມເລີ່ມໂຄງການກວດໂຄວິດ-19 ໃຫ້ສັດລ້ຽງ ຖ້າມີອາການບໍ່ສະບາຍ ແລະ ມີປະຫວັດໃກ້ຊິດກັບຜູ້ຕິດເຊື້ອ ຫລັງກວດພົບແມວຕິດໂຄວິດ-19 ຈາກມະນຸດກໍລະນີທຳອິດຂອງປະເທດໃນເດືອນມັງກອນຜ່ານມາ.
ໂດຍສັດລ້ຽງທີ່ກວດພົບການຕິດເຊື້ອຈະຕ້ອງໄດ້ຮັບການກັກຕົວຢ່າງໜ້ອຍ 14 ວັນຢູ່ເຮືອນ ຫລື ສະຖານທີ່ທີ່ລັດຈັດຫາໃຫ້ ໃນກໍລະນີເຈົ້າຂອງບໍ່ສາມາດເບິ່ງແຍງໄດ້ ເນື່ອງຈາກກຳລັງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໂດຍຈະຕ້ອງເວັ້ນໄລຍະຫ່າງຈາກສັດລ້ຽງໂຕນັ້ນຢ່າງໜ້ອຍ 2 ແມັດ ເພື່ອຫລຸດໂອກາດສ່ຽງ. ແຕ່ຢ່າງໃດກໍຕາມ, ຍັງບໍ່ມີຫລັກຖານຢືນຢັນວ່າສັດລ້ຽງ ຄືແມວ ແລະ ໝາ ເປັນພາຫະໃນການແຜ່ກະຈາຍເຊື້ອໂຄວິດ-19 ສູ່ມະນຸດ.
ພົບລາຍງານການຕິດເຊື້ອໂຄວິດ-19 ໃນສັດລ້ຽງ ຄືແມວ ແລະ ໝາ ລວມທັງສັດໃນສວນສັດໃນຫລາຍປະເທດແລ້ວເຊັ່ນ: ອາເມລິກາ, ອັງກິດ, ບຣາຊິລ ແລະ ຍີ່ປຸ່ນ ໂດຍ ສ.ເກົາຫລີ ເປັນໜຶ່ງໃນປະເທດທີ່ຍັງບໍ່ເຄີຍປະກາດໃຊ້ມາດຕະການລັອກດາວປະເທດ ເພື່ອຮັບມືວິກິດໂຄວິດ-19 ແຕ່ຢ່າງໃດມີຜູ້ຕິດເຊື້ອສະສົມແລ້ວເກືອບ 8,2 ໝື່ນຄົນ, ເສຍຊີວິດແລ້ວເກືອບ 1.500 ຄົນ ຫລັງການແຜ່ລະບາດຜ່ານມາກວ່າ 1 ປີ 1 ເດືອນ.

