WTO ແຕ່ງຕັ້ງແມ່ຍິງຜິວສີຂຶ້ນດຳລົງຕຳແໜ່ງ ຜູ້ອຳນວຍການຄົນທຳອິດຂອງອົງການ

ສະຖານີໂທລະພາບ CNN ຂອງອາເມລິກາ ລາຍງານວ່າ: ການຄັດເລືອກຕຳແໜ່ງຜູ້ອຳນວຍການອົງການການຄ້າໂລກ (WTO) ໄດ້ຂໍ້ຢຸດຕິແລ້ວ ເຊິ່ງຕຳແໜ່ງຜູ້ອຳນວຍການຄົນໃໝ່ຂອງອົງການຕົກເປັນຂອງນາງ ອີນກໍຊີ ໂອຄອນໂຈ-ອິເວວລາ (Ngozi Okonjo-Iweala) ນັກເສດຖະສາດຍິງ ແລະ ອະດີດລັດຖະມົນຕີການເງິນຂອງໄນຈີເຣຍ ກາຍເປັນຜູ້ອຳນວຍການແມ່ຍິງຜິວສີຄົນທຳອິດໃນປະຫວັດສາດຂອງ WTO ນັບແຕ່ມີການສ້າງຕັ້ງອົງການຂຶ້ນເມື່ອ 25 ປີກ່ອນ.
ລາຍງານລະບຸວ່າ: ນາງ ໂອຄອນໂຈ-ອິເວວລາ ເຄີຍດຳລົງຕຳແໜ່ງລັດຖະມົນຕີການເງິນຂອງໄນຈີເຣຍສອງສະໄໝ ແລະ ເຄີຍດຳລົງຕຳແໜ່ງລັດຖະມົນຕີຕ່າງປະເທດ ທັງຍັງເຄີຍເປັນຜູ້ບໍລິຫານ ແລະ ນັກເສດຖະສາດຂອງທະນາຄານໂລກມາກ່ອນ ແລະ ໃນການຄັດເລືອກຄັ້ງນີ້ ນາງຍັງລົງສະໝັກໃນຖານະຄົນພາຍນອກ ທີ່ຫວັງຈະນຳສະເໜີ “ມຸມມອງໃໝ່ໆ” ໃຫ້ອົງການໄດ້.
ສຳລັບການຄັດເລືອກຜູ້ອຳນວຍການຄົນໃໝ່ຂອງ WTO ຮອບຫລ້າສຸດນີ້ມີຂຶ້ນຫລັງຈາກທ່ານ ໂຣແບຣໂຕ ອາເຊເວໂດ ຊາວບຣາຊິລ ປະກາດໃນເດືອນພຶດສະພາຜ່ານມາວ່າ: ທ່ານຈະລົງຈາກຕຳແໜ່ງໄວກວ່າກຳນົດ 1 ປີ ເນື່ອງຈາກເຫດຜົນສ່ວນຕົວ ຫລັງຈາກຢູ່ໃນຕຳແໜ່ງມາສອງສະໄໝລວມ 7 ປີ ເຊິ່ງເທື່ອນີ້ມີຜູ້ສົນໃຈລົງສະໝັກຊີງຕຳແໜ່ງ 7 ຄົນ ກ່ອນແຂ່ງຂັນຈົນເຫລືອນາງ ໂອຄອນໂຈ-ອິເວວລາ ກັບນາງ ຍູມຍອງຮີ ລັດຖະມົນຕີການຄ້າຍິງຂອງ ສ.ເກົາຫລີ ຜູ້ໄດ້ຮັບການສະໜັບສະໜູນຈາກອາເມລິກາ.
ເຖິງຢ່າງໃດກໍຕາມ, ນາງ ຍູມຍອງຮີ ປະກາດຖອນຕົວອອກຈາກການແຂ່ງຂັນ ເພື່ອເປີດທາງໃຫ້ນາງ ໂອຄອນໂຈ-ອິເວວລາ ເຊິ່ງໄດ້ຮັບສຽງສະໜັບສະໜູນຈາກບັນດາປະເທດສະມາຊິກຫລາຍປະເທດ ລວມທັງສະຫະພາບເອີຣົບ, ຈີນ, ຍີ່ປຸ່ນ ແລະ ອົດສະຕຣາລີ ໂດຍການຖອນຕົວດັ່ງກ່າວ ເຮັດໃຫ້ອາເມລິກາພາຍໃຕ້ການນຳຂອງປະທານາທິບໍດີ ໂຈ ໄບເດນ ຫັນມາສະໜັບສະໜູນຕົວແທນຈາກໄນຈີເຣຍແທນ.
ທັງນີ້ ຂະບວນການຄັດເລືອກຜູ້ອຳນວຍການຄົນໃໝ່ຈະໃຊ້ວິທີພິຈາລະນາ ແລະ ອອກສຽງເປັນເອກະພາບໂດຍປະເທດສະມາຊິກ 164 ປະເທດ, ແຕ່ຖ້າບໍ່ສາມາດມີສຽງເປັນເອກະພາບໄດ້ພາຍໃນເວລາທີ່ກຳນົດ ຮອງຜູ້ອຳນວຍການ 1 ໃນ 4 ຄົນຈະເຮັດໜ້າທີ່ຮັກສາການແທນໃນເດືອນກັນຍາ ຫລື ອາດຮັບຕຳແໜ່ງຖາວອນ ໂດຍນັບແຕ່ສ້າງຕັ້ງໃນປີ 1995 ອົງການການຄ້າໂລກມີຜູ້ອຳນວຍການມາແລ້ວ 6 ຄົນ ຈາກເອີຣົບ 3 ຄົນ, ອາຊີ, ອາເມລິກາໃຕ້ ແລະ ໂອເຊຍເນຍ ປະເທດລະຄົນ.
ຫລາຍຝ່າຍເບິ່ງວ່າ: ຜູ້ອຳນວຍການ WTO ຄົນໃໝ່ຈະມີພາລະກິດໜັກຖ້າຢູ່ ຫລັງຈາກການຄ້າໂລກຊະລໍຕົວເນື່ອງຈາກການລະບາດຂອງໂຄວິດ-19 ບວກກັບຄວາມທ້າທາຍອື່ນໆເຊັ່ນ: ສົງຄາມການຄ້າລະຫວ່າງອາເມລິກາກັບຈີນ.

