ແຜ່ນດິນໄຫວຢູ່ທີ່ຊາຍຝັ່ງທະເລ ຂອງ ຟີລິບປິນ

ສຳນັກຂ່າວ Sputnik ລາຍງານຂ່າວ ໃນຕອນເຊົ້າຂອງວັນນີ້ ທີ 8 ກຸມພາວ່າ: ກົມທໍລະນີສາດຂອງສະຫະລັດໃຫ້ຮູ້ວ່າ ໄດ້ເກີດແຜ່ນດິນໄຫວທີ່ມີຄວາມແຮງ 5,7 ຣິກເຕີ ຢູ່ເລິກລົງໄປໃນພື້ນດິນ 61,3 ກມ ໃນເຂດຊາຍຝັ່ງທະເລທາງທິດໃຕ້ຂອງ ຟີລິບປິນ.
ຂະນະນີ້, ຍັງບໍ່ທັນສະຫຼຸບໄດ້ວ່າຄວາມເສຍຫາຍທາງຊັບສິນ ແລະ ຊີວິດຂອງໄພດັ່ງກ່າວ ແລະ ກໍບໍ່ມີການກ່າວເຕືອນຄື່ນສຶນາມິແຕ່ຢ່າງໃດ.
Sputnik ຍັງໃຫ້ຮູ້ເພີ່ມເຕີມວ່າ: ຟີລິບປິນນອນຢູ່ໃນ ເຂດທີ່ໄດ້ຮັບຜົນກະທົບຂອງຮອຍຕໍ່ ພູໄຟ ມະຫາສະໝຸດປາຊີຟິກ ຈຶ່ງເຮັດໃຫ້ ຟີລິບປິນ ມັກຈະເກີດແຜ່ນດິນໄຫວເປັນປະຈຳ ແລະ ໄດ້ຮັບຜົນເສຍຫາຍທັງຊັບສິນ ແລະ ຊີວິດຈາກແຜ່ນດິນໄຫວ ແລະ ພູໄຟ ເປັນປະຈຳສ້າງຂຶ້ນ.

