ເປັນຫຍັງ Vietjet Air ຍັງມີກຳໄລ ເຖິງວ່າໃນຊ່ວງໂຄວິດລະບາດ

Vietjet Air ສາຍການບິນລາຄາປະຢັດຂອງຫວຽດນາມ ລາຍງານຜົນປະກອບການຫລ້າສຸດໃນວັນທີ 31 ມັງກອນ ລະບຸວ່າ: ໃນປີ 2020 ຜ່ານມາ ບໍລິສັດມີກຳໄລຫລັງຫັກພາສີແລ້ວເຖິງ 3 ລ້ານໂດລາສະຫະລັດ ແລະ ເປັນສາຍການບິນພຽງບໍ່ເທົ່າໃດແຫ່ງໃນໂລກທີ່ບໍ່ໄດ້ຫລຸດພະນັກງານ ເຖິງວ່າໃນຊ່ວງທີ່ເກີດວິກິດການແຜ່ລະບາດຂອງພະຍາດໂຄວິດ-19.
Vietjet Air ກ່າວວ່າ: ໃນປີຜ່ານມາ ໄດ້ໃຫ້ບໍລິການຖ້ຽວບິນທັງໝົດ 78.462 ຖ້ຽວ ເຊິ່ງຫລຸດລົງຈາກປີ 2019 ທີ່ໃຫ້ບໍລິການ 139.000 ຖ້ຽວ ເນື່ອງຈາກການແຜ່ລະບາດຂອງໄວຣັສ. ເຖິງຢ່າງໃດກໍຕາມ, Vietjet Air ຍັງສ້າງກຳໄລໄດ້ເຖິງ 3 ລ້ານໂດລາສະຫະລັດ. ຂະນະທີ່ສາຍການບິນອື່ນໆຕົກຢູ່ໃນສະພາບຂາດທຶນ ຫລື ຕ້ອງປິດກິດຈະການ.
ກຸນແຈສຳຄັນ ຄືການຫາລາຍໄດ້ເພີ່ມ ເຊິ່ງໃນປີຜ່ານມາ ລາຍໄດ້ເພີ່ມຂອງ Vietjet Air ຄິດເປັນເກືອບເຄິ່ງໜຶ່ງຂອງລາຍໄດ້ທັງໝົດ “Vietjet Air ພະຍາຍາມສົ່ງເສີມບໍລິການເສີມ ເພື່ອທົດແທນລາຍໄດ້ຈາກການໃຊ້ບໍລິການເຮືອບິນທີ່ຫລຸດລົງ” ຖະແຫລງການຂອງສາຍການບິນລະບຸ.
ຍົກຕົວຢ່າງ: ການເພີ່ມຈຳນວນຖ້ຽວບິນຂົນສົ່ງສິນຄ້າ ໂດຍໃນປີ 2020 ປະລິມານສິນຄ້າຂອງສາຍການບິນເພີ່ມຂຶ້ນ 16% ເມື່ອທຽບໃສ່ປີກ່ອນໜ້າ ແລະ ໄຕມາດຜ່ານມາ ລາຍໄດ້ຈາກການຂົນສົ່ງສິນຄ້າກໍເພີ່ມຂຶ້ນເຖິງ 75% ເມື່ອທຽບໃສ່ໄລຍະເວລາດຽວກັນໃນປີ 2019.
Vietjet ບໍ່ມີເຮືອບິນບັນທຸກສິນຄ້າເປັນຂອງຕົນເອງ ຈຶ່ງຕ້ອງດັດແປງເຮືອບິນໂດຍສານເພື່ອຮອງຮັບການຂົນສົ່ງສິນຄ້າ ໂດຍການຖອນບ່ອນນັ່ງ ແລະ ຍຶດສິນຄ້າດ້ວຍຕາຂ່າຍ. ນອກຈາກນີ້ ຍັງໄດ້ເຮັດຂໍ້ຕົກລົງຮ່ວມກັບບໍລິສັດອື່ນໆ ເຮັດໃຫ້ສາມາດຂະຫຍາຍເຄືອຂ່າຍການຂົນສົ່ງສິນຄ້າໄປເອີຣົບ ແລະ ອາເມລິກາເຊັ່ນ: ບໍລິສັດຂົນສົ່ງສິນຄ້າຢູພີເອັສ.
ນອກຈາກນີ້ ລາຍໄດ້ເພີ່ມຍັງມາຈາກການເປີດສູນບໍລິການພິເສດພາກພື້ນດິນຢູ່ສະໜາມບິນນາໆຊາດໂໜຍບາຍ ໃນຮ່າໂນ້ຍ ນອກຈາກຈະຊ່ວຍເພີ່ມລາຍໄດ້ແລ້ວ ຍັງຊ່ວຍໃຫ້ສາຍການບິນຈັດການຕົ້ນທຶນການດຳເນີນງານໄດ້ດີຂຶ້ນ ຕະຫລອດຈົນເຮັດໃຫ້ລູກຄ້າຈື່ຈຳຍີ່ຫໍ້ ແລະ ປັບປຸງຄຸນນະພາບການບໍລິການ.
ອີກທັງຍັງລະບຸວ່າ: ສາຍການບິນບໍ່ຈຳເປັນຕ້ອງຫລຸດພະນັກງານ ແຕ່ສາມາດຫລຸດຄ່າໃຊ້ຈ່າຍໃນດ້ານອື່ນໆໄດ້ເຊັ່ນ: ຄ່າໃຊ້ຈ່າຍໃນການໃຊ້ຍານພາຫະນະ ແລະ ຄ່າໃຊ້ຈ່າຍໃນການດຳເນີນການລາຍວັນກໍຫລຸດລົງ 10%.
ປັດໄຈສະໜັບສະໜູນອີກຢ່າງໜຶ່ງ ຄືຫວຽດນາມມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຂ້ອນຂ້າງໜ້ອຍ ເຮັດໃຫ້ບໍ່ມີມາດຕະການທີ່ຂັດຂວາງການເດີນທາງໂດຍເຮືອບິນພາຍໃນປະເທດ ລວມທັງໄດ້ຮັບການສະໜັບສະໜູນຈາກລັດຖະບານດ້ວຍການຫລຸດພາສີ, ຂະຫຍາຍໄລຍະເວລາຊຳລະພາສີ, ຫລຸດຄ່າທຳນຽມການຂຶ້ນ-ລົງເຮືອບິນ ແລະ ຄ່າທຳນຽມອື່ນໆ ຕະຫລອດຈົນໄດ້ຮັບການພິຈາລະນາຂໍ້ສະເໜີຊ່ວຍເຫລືອທາງການເງິນຂອງລັດຖະບານສຳລັບສາຍການບິນທ້ອງຖິ່ນ.

