ໄບເດັນ ຢູ່ໃນຕຳແໜ່ງພຽງອາທິດດຽວ ສຽງສະໜັບສະໜູນ ຫຼາຍກວ່າ ທຣຳ ທັງສະໄໝ

ຂ່າວຕ່າງປະເທດວັນທີ 28 ມັງກອນໃຫ້ຮູ້ວ່າ ຜົນສຳຫຼວດໃໝ່ໆ ຂອງມະຫາວິທະຍາໄລ Monmouth (ລັດ New Jersey) ທີ່ປະກາດອອກໃນວັນທີ 27 ມັງກອນວ່າ ໂຈໄບເດັນ ຂຶ້ນເປັນປະທານາທິບໍດີພາຍໃນອາທິດດຽວ ໄດ້ຮັບສຽງສະໜັບສະໜູນ ກຳຕຳແໜ່ງຫຼາຍກວ່າ ທຣຳ ທັງສະໄໝ.
ການສຳຫຼວດໜຶ່ງອີກຂອງ Morning Consult ປະກາດອອກໃນເມື່ອວັນທີ 25 ມັງກອນນີ້ ໃຫ້ເຫັນວ່າ ອັດຕາສ່ວນສະໜັບສະໜູນ ໄບເດັນສູງເຖິງ 56% ແລະ ບໍ່ສະໜັບສະໜູນ 34%. ໃນວັນດຽວກັນການສຳຫຼວດຂອງ Hill-HarrisX ກໍໃຫ້ເຫັນຜົນດັ່ງນີ້ ຜູ້ສະໜັບສະໜູນ ໄບເດັນສູງເຖິງ 63%..
ສຽງສະໜັບສະໜູນ 90% ແມ່ນໄດ້ຈາກພັກ ເດໂມແຄຣດ, 47% ໄດ້ຈາກພັກເອກະລາດ ແລະ 15% ແມ່ນໄດ້ຈາກພັກ ຣີພັບຣີກັນເອງ.
ສຳລັບ ທຣຳ ທັງສະໄໝໄດ້ຮັບສຽງສະໜັບສະໜູນພຽງແຕ່ 40% ກ່ອນຈະໝົດວາລະ ແລະ ຕໍ່ລົງເລື້ອຍໆ ຍັງເຫຼືອພຽງ 34%.

