ໄທພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 802 ຄົນ

ວັນທີ 29 ມັງກອນ 2021 ສູນບໍລິຫານສະຖານະການການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ຖະແຫລງວ່າ: ສະຖານະການໂຄວິດ-19 ຢູ່ປະເທດໄທ ພົບຜູ້ຕິດເຊື້ອໃໝ່ເພີ່ມ 802 ຄົນ ແບ່ງເປັນຕິດເຊື້ອຈາກຕ່າງປະເທດ (ເຂົ້າສະຖານທີ່ກັກກັນທີ່ລັດຈັດໃຫ້) 21 ຄົນ ແລະ ຜູ້ຕິດເຊື້ອພາຍໃນປະເທດ 781 ຄົນ.
ໂດຍໃນວັນທີ 29 ມັງກອນນີ້ ມີລາຍງານຜູ້ຕິດເຊື້ອອອກຈາກໂຮງໝໍເພີ່ມ 109 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອອອກຈາກໂຮງໝໍສະສົມ 11.396 ຄົນ, ມີຜູ້ຕິດເຊື້ອຍັງປິ່ນປົວຢູ່ໂຮງໝໍ 5.551 ຄົນ, ບໍ່ມີຜູ້ເສຍຊີວິດເພີ່ມ ລວມຜູ້ເສຍຊີວິດສະສົມ 76 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມມີທັງໝົດ 17.023 ຄົນ.

