ສ້າງຄວາມເຂັ້ມແຂງໃນການນຳໃຊ້ອຸປະກອນທີ່ທັນສະໄໝເຂົ້າໃນວຽກງານມໍລະດົກ

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໂດຍການນຳໃຊ້ອຸປະກອນວິຊາການທີ່ທັນສະໄໝເຂົ້າໃນການສຳຫລວດ ແລະ ເກັບກຳຂໍ້ມູນຮັບໃຊ້ວຽກງານມໍລະດົກ ລະຫວ່າງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດ ຢູນິກເທັກ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2021 ຢູ່ໂຮງແຮມຄຣາວພຣາຊາ, ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ການຮ່ວມມືຄັ້ງນີ້ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໃນຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງບໍລິສັດ ຢູນິກເທັກ ຈະສະໜັບສະໜູນ ແລະ ຈັດຕັ້ງຝຶກອົບຮົມການນຳໃຊ້ອຸປະກອນເຕັກໂນໂລຊີທີ່ທັນສະໄໝທາງບົກ, ທາງນ້ຳ, ທາງອາກາດ, ທາງໜ້າດິນ ແລະ ໃຕ້ດິນເຂົ້າໃນການສຳຫລວດ, ເກັບກຳຂໍ້ມູນ ແລະ ຄົ້ນຄວ້າວິໄຈເຂົ້າໃນວຽກງານປົກປັກຮັກສາສະຖານມໍລະດົກ ກໍຄືມໍລະດົກທາງວັດທະນະທຳ, ມໍລະດົກທາງປະຫວັດສາດ ແລະ ມໍລະດົກທາງທຳມະຊາດຢູ່ ສປປ ລາວ.
ໃນປັດຈຸບັນ, ລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ວຽກງານວັດທະນະທຳ ເຊິ່ງໄດ້ກຳນົດທິດທາງນະໂຍບາຍເພື່ອອະນຸລັກສົ່ງເສີມ, ຕັ້ງໜ້າຟື້ນຟູ, ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກ ແລະ ຄຸນຄ່າວັດທະນະທຳແຫ່ງຊາດໃຫ້ມີລັກສະນະຊາດ, ກ້າວໜ້າມະຫາຊົນ ແລະ ທັນສະໄໝ ລວມທັງສືບຕໍ່ປົກປັກຮັກສາມໍລະດົກແຫ່ງຊາດ ແລະ ມໍລະດົກໂລກທີ່ຖືກຮັບຮອງແລ້ວນັ້ນໃຫ້ຄົງຄຸນຄ່າຫລາຍຂຶ້ນກວ່າເກົ່າ ເຊິ່ງມັນຈະກາຍເປັນແຮງຈູງໃຈໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ.


