ເປີດກອງປະຊຸມວຽກງານກວດກາທົ່ວປະເທດ

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ ປະຈໍາ 5 ປີ (2016-2020) ໄດ້​ໄຂ​ຂຶ້ນໃນວັນທີ 28 ມັງກອນ 2021 ທີ່ສະໂມສອນຄະນະກວດກາສູນກາງພັກ (ຫຼັກ 6) ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈໍາການເລຂາທິການສູນກາງພັກສະໄໝ XI, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກສະໄໝທີ XI.

ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງປະຈໍາ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ. ໄລຍະຜ່ານມາຄະນະພັກ, ອົງການປົກຄອງຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກວດກາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໂດຍໄດ້ສືບຕໍ່ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III ເປັນນິຕິກໍາຈໍານວນໜຶ່ງ ເປັນຕົ້ນອອກຂໍ້ກໍານົດວ່າດ້ວຍລະບຽບການຄົ້ນຄວ້າພິຈາລະນາຄໍາຮ້ອງຟ້ອງ, ຮ້ອງທຸກ-ຄໍາສະເໜີ; ຂໍ້ກໍານົດວ່າດ້ວຍລະບຽບການຕິດຕາມ, ກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕໍ່ບັນດາອົງການອໍານາດລັດ; ຮ່າງບົດບັນທຶຶກການພົວພັນ ລະຫວ່າງ ອົງການກວດກາລັດຖະບານ ກັບກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາໃນການດໍາເນີນຄະດີສໍ້ລາດບັງຫລວງ; ຮ່າງກໍານົດວ່າດ້ວຍລະບຽບໃຫ້ສື່ມວນຊົນ ແລະ ປະຊາຊົນເຂົ້າຮ່ວມຕິດຕາມ, ກວດກາການປະຕິບັດໜ້າທີ່ ແລະ ການດໍາລົງຊີວິດຂອງສະມາຊິກພັກ-ພະນັກງານ ມະຕິວ່າດ້ວຍການແກ້ໄຂພະຍາອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຂອງຄະນະບໍລິຫານງານສູນກາງພັກ ແລະ ອື່ນໆ.

ສຳລັບວຽກງານຕິດຕາມກວດກາບໍລິຫານລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນ ຄະນະພັກ-ຄະນະນໍາ, ຄະນະກວດກາແຕ່ລະຂັ້ນໄດ້ນໍາພາ-ຊີ້ນໍາດໍາເນີນການຕິດຕາມກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ເປັນຕົ້ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າຂົວທາງ-ເຄຫາ ແລະ ກໍ່ສ້າງຊົນລະປະທານຈໍານວນໜຶ່ງ; ການຕິດຕາມ-ກວດກາຕາມຜົນການກວດສອບ, ກວດກາຕາມຄໍາສັ່ງ; ຊີ້ນໍາການຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ອື່ນໆ. ສ່ວນວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ໄດ້ນໍາພາ-ຊີ້ນໍາການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງທີ່ມີຕໍ່ການຈັດຕັ້ງພັກ, ອົງການບໍລິຫານລັດ, ການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ອື່ນໆ.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງລາຍງານລົງເລີກກ່ຽວກັບວຽກງານຕິດຕາມ-ກວດກາພັກ, ວຽກງານການກວດກາຕາມຜົນຂອງການກວດສອບ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ແລະ ວຽກງານຕິດຕາມ-ກວດກາການປະຕິບັດຜົນຂອງການກວດສອບຈາກບັນດາກົມທີ່ກ່ຽວຂ້ອງ ແລະ  ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ​ໄດ້ປະກອບຄໍາເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ.