ໄຕ້ຫວັນປັບໄໝ 1 ລ້ານໂດລາໄຕ້ຫວັນ ຜູ້ຊາຍອອກຈາກເຮືອນ ແຫກກົດກັກຕົວ 7 ຄັ້ງ

ວັນທີ 27 ມັງກອນ 2021, ສຳນັກຂ່າວ CNN ລາຍງານວ່າ: ທາງການໄຕ້ຫວັນສັ່ງປັບໄໝຜູ້ຊາຍບໍ່ຮູ້ຊື່ຄົນໜຶ່ງຈຳນວນ 1 ລ້ານໂດລາໄຕ້ຫວັນ ຫລັງຈາກບໍ່ຍອມປະຕິບັດຕາມມາດຕະການກັກຕົວຫລາຍຄັ້ງຕິດຕໍ່ກັນ ໂດຍອອກຈາກເຮືອນເຖິງ 7 ຄັ້ງພາຍໃນໄລຍະເວລາ 3 ວັນ.
ຜູ້ຊາຍຄົນດັ່ງກ່າວໄດ້ຮັບຄຳສັ່ງໃຫ້ມີການກັກຕົວພາຍໃນອາພາດເມັນຂອງຕົນເອງ ຫລັງຈາກລາວເດີນທາງກັບມາຈາກຈີນ, ແຕ່ໃນໄລຍະເວລາດັ່ງກ່າວ ລາວໄດ້ອອກໄປຊື້ເຄື່ອງ, ເອົາລົດໄປແປງ ແລະ ເຮັດກິດຈະກຳອື່ນໆທາງນອກ ລວມທັງໂຕ້ຖຽງກັບຄົນຢູ່ເຮືອນໃກ້ກັນທີ່ເຂົ້າມາເຕືອນເລື່ອງທີ່ລາວບໍ່ຍອມກັກຕົວ.
ລັດຖະບານທ້ອງຖິ່ນຂອງເມືອງໄຖຈົງ ຢືນຢັນວ່າ: ຜູ້ຊາຍນິລະນາມເດີນທາງກັບມາຈາກປະເທດຈີນ ເມື່ອວັນທີ 21 ມັງກອນ ແລະ ຕ້ອງເຂົ້າຮັບການກັກຕົວເປັນເວລາ 14 ວັນ.
ທ່ານ ຫລູ ສຽວເຍິນ ເຈົ້າເມືອງໄຖຈົງ ກ່າວປະນາມການກະທຳດັ່ງກ່າວ ໂດຍຖືວ່າເປັນຄວາມຜິດຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ຮັບໂທດຂັ້ນຮຸນແຮງ.
ນອກຈາກຈະຖືກປັບໄໝຫລັກລ້ານແລ້ວ, ຜູ້ຊາຍຄົນນີ້ຍັງຕ້ອງຈ່າຍເງິນເພື່ອເຂົ້າສູ່ສະຖານທີ່ກັກກັນພະຍາດຈຳນວນ 3.000 ໂດລາໄຕ້ຫວັນ ໂດຍປົກກະຕິແລ້ວທາງລັດຖະບານຈະຊ່ວຍຈ່າຍໃຫ້ 1.000 ໂດລາໄຕ້ຫວັນ, ແຕ່ລາວຈະບໍ່ສາມາດຂໍຮັບເງິນຊ່ວຍເຫລືອຈຳນວນດັ່ງກ່າວໄດ້.

