ຟີລິບປິນພົບໂຄວິດກາຍພັນ ຈາກອັງກິດໃນທ້ອງຖິ່ນ
ລັດຖະບານຟີລິບປິນຢືນຢັນການພົບການແຜ່ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ຊະນິດກາຍພັນ” ແບບທີ່ພົບຄັ້ງທຳອິດຢູ່ອັງກິດ ເປັນກຸ່ມກ້ອນໃນແຂວງທາງເໜືອ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ນາງ ມາເຣຍ ໂຣຊາຣິໂອ ເວີເຈຍ ລັດຖະມົນຕີກະຊວງສາທາລະນະສຸກຂອງຟີລິບປິນ ກ່າວໃນວັນທີ 26 ມັງກອນ 2021 ຢືນຢັນວ່າເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຊະນິດກາຍພັນຈາກອັງກິດ ໃນຊື່ “B1.1.7” ເຊິ່ງມີອັດຕາການແຜ່ກະຈາຍງ່າຍ ແລະ ວ່ອງໄວກວ່າສາຍພັນທີ່ແຜ່ລະບາດນັບແຕ່ປີຜ່ານມາ ໄດ້ແຜ່ເຂົ້າສູ່ທ້ອງຖິ່ນໃນປະເທດ.
ທັງນີ້, ເຈົ້າໜ້າທີ່ພົບຜູ້ຕິດເຊື້ອສະສົມຢ່າງໜ້ອຍ 17 ຄົນ ຈາກຈຳນວນດັ່ງກ່າວເປັນການຕິດເຊື້ອແບບກຸ່ມກ້ອນຢ່າງໜ້ອຍ 12 ຄົນ ຢູ່ເມືອງໂບນໂຕກ ແຂວງບູລູລຸນດູຄິນ ທາງຕອນເໜືອຂອງປະເທດ, ສ່ວນຜູ້ສຳຜັດໃກ້ຊິດອີກປະມານ 30 ຄົນມີຜົນເປັນບວກ ແຕ່ຍັງບໍ່ມີການຢືນຢັນວ່າ: ມີໃຜໄດ້ຮັບເຊື້ອກາຍພັນ ຫລື ບໍ່.
ທັງນີ້, ຟີລິບປິນພົບຜູ້ຕິດເຊື້ອກາຍພັນຄັ້ງທຳອິດໃນອາທິດຜ່ານມາ ເປັນຜູ້ຍິງຊາວຟີລິບປິນເດີນທາງກັບມາຈາກສະຫະລັດອາຣັບເອມິເຣດ (UAE). ສ່ວນປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟີລິບປິນ ເລື່ອນການຫລຸດຜ່ອນມາດຕະການໃຫ້ເດັກອາຍຸລະຫວ່າງ 10-14 ປີ ໃນພື້ນທີ່ສ່ຽງຕໍ່າ ສາມາດອອກນອກເຄຫາສະຖານ ເຊິ່ງເຄີຍກຳນົດໄວ້ໃຫ້ມີຜົນໃນວັນທີ 1 ກຸມພານີ້.
ປັດຈຸບັນ ຟີລິບປິນເປັນໜຶ່ງໃນປະເທດທີ່ມີສະຖິຕິກ່ຽວກັບພະຍາດໂຄວິດ-19 ສູງເປັນລຳດັບຕົ້ນຂອງທະວີບອາຊີ ໂດຍມີຜູ້ຕິດເຊື້ອສະສົມຫລາຍກວ່າ 500.000 ຄົນ, ປິ່ນປົວຫາຍປະມານ 475.000 ຄົນ ແລະ ເສຍຊີວິດຫລາຍກວ່າ 10.000 ຄົນ.

