ທ່ານ ໄບເດນ ກຽມສັ່ງໂຈະການເດີນທາງເຂົ້າອາເມລິກາຊົ່ວຄາວ ຈາກອາຟຣິກາໃຕ້, ອັງກິດ ແລະ ບຣາຊິລ

ວັນທີ 25 ມັງກອນ 2021, ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ກຽມດຳເນີນມາດຕະການໂຈະການເດີນທາງເຂົ້າອາເມລິກາຊົ່ວຄາວຂອງບັນດານັກທ່ອງທ່ຽວ ແລະ ບຸກຄົນທີ່ບໍ່ແມ່ນພົນລະເມືອງອາເມລິກາ ທີ່ເດີນທາງມາຈາກອາຟຣິກາ, ອັງກິດ ແລະ ບຣາຊິລ ປະເທດທີ່ມີການແຜ່ລະບາດຢ່າງໜັກຂອງໂຄວິດ-19 ກາຍພັນໃນປັດຈຸບັນ.

ມາດຕະການດັ່ງກ່າວອາດລວມເຖິງຜູ້ທີ່ເດີນທາງມາຈາກໄອແລນ ແລະ ຫລາຍປະເທດໃນເອີຣົບ. ອີກທັງພົນລະເມືອງອາເມລິກາທີ່ເດີນທາງເຂົ້າປະເທດ ຈະຕ້ອງສະແດງຜົນການກວດໂຄວິດ-19 ທີ່ເປັນລົບກ່ອນຂຶ້ນເຮືອບິນຖ້ຽວກັບເຂົ້າອາເມລິກາ ເພື່ອຄວບຄຸມສະຖານະການການແຜ່ລະບາດຂອງໂຄວິດ-19 ພາຍໃນປະເທດ ແລະ ຫລຸດໂອກາດສ່ຽງທີ່ຈະນຳເຂົ້າເຊື້ອຈາກຕ່າງປະເທດ.

ທ່ານ ດຣ. ແອນໂທນີ ເຟົາຊີ ທີ່ປຶກສາທຳນຽບຂາວ ເປີດເຜີຍວ່າ: ມີທ່າອ່ຽງທີ່ປະສິດທິພາບໃນການຕ້ານໂຄວິດ-19 ກາຍພັນຂອງວັກຊີນຈະຫລຸດລົງ, ແຕ່ຈະຍັງມີປະສິດທິພາບພຽງພໍໃນການປ້ອງກັນ ແລະ ຫລຸດໂອກາດການຕິດເຊື້ອຮຸນແຮງ. ເບື້ອງຕົ້ນອາເມລິກາກວດພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນແບບທີ່ພົບຄັ້ງທຳອິດຢູ່ອັງກິດແລ້ວນັບແຕ່ຕົ້ນປີ 2021 ຜ່ານມາ.