ກອງທັບປະຊາຊົນລາວເຕີບໃຫຍ່ເຂັ້ມແຂງໃນຂະບວນການຕໍ່ສູ້

ໂດຍ: ທິດກໍ່າ
ວັນທີ 20 ມັງກອນ 2021 ຫໍກໍຜ່ານພົ້ນໄປບໍ່ພໍເທົ່າໃດວັນ. ດັ່ງທີ່ຮູ້ນຳກັນໃນທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າວ່າວັນທີ 20 ມັງກອນ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ. ປີນີ້ແມ່ນມີອາຍຸຄົບຮອບ 72 ປີພໍດີ (20/1/1949 – 20/1/2021). ກອງທັບປະຊາຊົນລາວມີຕົ້ນກຳເນີດມາຈາກກອງລາດຊະວົງ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. ພາຍຫລັງປະກາດສ້າງຕັ້ງຂຶ້ນ ໃນເບື້ອງຕົ້ນກໍມີຈຳນວນພົນພຽງ 25 ຄົນ. ພາລະກິດອັນສຳຄັນຕົ້ນຕໍ ແລະ ໃຫຍ່ຫລວງໃນເວລານັ້ນ ກໍແມ່ນຕີຕ້ານຈັກກະພັດຝຣັ່ງທີ່ເຂົ້າມາຮຸກຮານປະເທດລາວ ໂດຍສົມທົບກັບກອງທະຫານອາສາສະໝັກຫວຽດນາມຮ່ວມຂຸມຄອງດຽວກັນຕີຕ້ານສັດຕູໂຕດຽວກັນ ຄືຈັກກະພັດຝຣັ່ງ. ນອກຈາກນັ້ນ ກໍທັງປຸກລະດົມຂົນຂວາຍກໍ່ສ້າງຮາກຖານປະຊາຊົນໃຫ້ຄຽດແຄ້ນສັດຕູ ແລ້ວຫັນໜ້າເຂົ້າຮ່ວມການປະຕິວັດໃຫ້ຫລາຍຂຶ້ນ ເຊິ່ງຜ່ານການເຄື່ອນໄຫວຕໍ່ສູ້ເປັນເວລາຍາວນານກໍກາຍມາເປັນກຳລັງຫລວງຂອງແນວລາວອິດສະຫລະ, ແຕກໜໍ່ຈໍ່ແນວອອກເປັນຫລາຍກອງຮ້ອຍກອງພັນຂຶ້ນເລື້ອຍໆເຊັ່ນ: ກອງປັດໄຈ, ກອງຟ້າງຸ່ມ, ກອງໄຊເສດຖາ, ກອງໄຊຈັກກະພັດ ແລະ ກອງອື່ນໆ ໂດຍຜ່ານພາລະກິດແຫ່ງການຕໍ່ສູ້ປະຕິວັດກອງທັບແນວລາວອິດສະຫລະ ຍິ່ງຕີກໍຍິ່ງເຕີບໃຫຍ່ຍາດເອົາໄຊຊະນະໃນແຕ່ລະບັ້ນຮົບດ້ວຍຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ ແລະ ມີໄຊ. ໄຊຊະນະຄັ້ງໃຫຍ່ຫລວງທີ່ສຸດໃນການຕີຕ້ານຝຣັ່ງກໍແມ່ນບັ້ນຮົບດຽນບຽນຟູ ດ້ວຍການສົມທົບກຳລັງທະຫານປະຕິວັດຫວຽດນາມ ສາມາດທໍາລາຍຖານທີ່ໝັ້ນ, ເຮືອນຮັງອັນແໜ້ນແກ່ນຂອງທະຫານຈັກກະພັດຝຣັ່ງແບບມຸນທະລາຍຢ່າງຮາບຄາບ. ຈາກໄຊຊະນະອັນໃຫຍ່ຫລວງຂອງສອງກອງທັບ ຈຶ່ງເຮັດໃຫ້ຈັກກະພັດຝຣັ່ງຍອມເຊັນສັນຍາເຊີແນວມອບເອກະລາດໃຫ້ແກ່ສາມຊາດອິນດູຈີນ ລາວ, ຫວຽດນາມ ແລະ ກຳປູເຈຍ ໃນປີ 1954.
ແຕ່ວ່າແນວໃດກໍຕາມ, ໃນເມື່ອເບິ່ງທາງກົງກັນຂ້າມແລ້ວ ການເຊັນສັນຍາເຊີແນວນ້ຳມຶກບໍ່ທັນແຫ້ງ ອາເມລິກາກໍໂດດເຂົ້າມາຮຸກຮານສວມບົດບາດເປັນຈັກກະພັດຕົວໃໝ່ ເພື່ອກໍ່ສົງຄາມພິເສດຢູ່ລາວ ກໍຄືໃນສາມຊາດອິນດູຈີນ ດ້ວຍຮູບການລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດອາເມລິກາ. ໃນການກໍ່ສົງຄາມຄັ້ງໃໝ່ຂອງພັກກະພັດອາເມລິກາຢູ່ລາວຍິ່ງເພີ່ມທະວີຄວາມຮຸນແຮງໜັກໜ່ວງຫລາຍສິບເທົ່າ. ແຕ່ລະວັນພວກເຂົາໄດ້ຂົນເອົາລະເບີດຫລາຍກວ່າສາມລ້ານໂຕນມາຖິ້ມໃສ່ປະເທດລາວຫວັງຈະດັບມອດກຳລັງປະຕິວັດໃຫ້ຮາບກ້ຽງດ້ວຍຖ່ວງທ່າຂອງສົງຄາມພິເສດແບບໃໝ່. ແຕ່ມັນກໍບໍ່ເປັນໄປຕາມຄວາມມຸ້ງຫວັງຂອງພວກມັນ ຍ້ອນກອງທັບແນວລາວອິດສະຫລະມີຄວາມສະດຸ້ງໄວໄດ້ຫັນທິດການຕໍ່ສູ້ຢ່າງທັນການ ໂດຍປ່ຽນຊື່ຈາກກອງທັບແນວລາວອິດສະຫລະມາເປັນກອງທັບປົດປ່ອຍປະຊາຊົນລາວ ດຳເນີນສົງຄາມຕໍ່ຕ້ານຢ່າງດຸເດືອດ, ຂ້ຽວຂາດ ແລະ ຍືດເຍື້ອຍາວນານ, ຍິ່ງສູ້ຮົບຫລາຍເທົ່າໃດກໍຍິ່ງໄດ້ຮັບໄຊຊະນະມາຢູ່ໃນກຳມືຂອງກອງທັບປົດປ່ອຍປະຊາຊົນລາວ ແລະ ເຮັດໃຫ້ກອງທັບຍິ່ງເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ໃນບັ້ນຮົບອັນດຸເດືອດອັນລືຊື່ທີ່ຈາລຶກໃນປະຫວັດສາດຂອງກອງທັບ ກໍຄືຂອງການປະຕິວັດລາວ ກໍແມ່ນບັ້ນຮົບກູ້ກຽດ, ບັ້ນຮົບຜາຖີ່, ບັ້ນຮົບນ້ຳບາກ, ບັ້ນຮົບລາມເຊິນ 719, ບັ້ນຮົບສາລາພູຄູນ ແລະ ບັ້ນຮົບອື່ນໆ ຈົນເຮັດໃຫ້ຈັກກະພັດອາເມລິກາ ແລະ ລູກແຫລ້ງຕີນມືປະລາໄຊຢ່າງເຈັບແສບ ແລະ ກຳລັງປະຕິວັດສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975.
ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນຢ່າງສົມບູນແບບຂອງການປະຕິວັດລາວ ກໍຄືຂອງກອງທັບປະຊາຊົນລາວມາໃນຍຸກນີ້ອັນເປັນຍຸກສ້າງສາພັດທະນາປະເທດຊາດໃນລະບອບປະຊາທິປະໄຕປະຊາຊົນ ກອງທັບປົດປ່ອຍປະຊາຊົນລາວໄດ້ປ່ຽນຊື່ມາເປັນກອງທັບປະຊາຊົນລາວຢ່າງເຕັມຮູບແບບ ກາຍເປັນກອງທັບທີ່ທັນສະໄໝທີ່ມີມູນເຊື້ອການຕໍ່ສູ້ປະຕິວັດມາຢ່າງຍືດເຍື້ອຍາວນານ ແລະ ພິລະອາດຫານ ເຕັມໄປດ້ວຍຄວາມເສຍສະຫລະເລືອດເນື້ອ ສົມກັບວ່າເປັນກອງທັບທີ່ບໍລິສຸດຕໍ່ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດສຳເລັດທຸກໜ້າທີ່.
ໃນເງື່ອນໄຂທີ່ໂລກພວມມີການປ່ຽນແປງ ແລະ ພັດທະນາໄປຢ່າງບໍ່ຢຸດຢັ້ງ ກອງທັບປະຊາຊົນລາວຍິ່ງຕ້ອງພັດທະນາຕົນເອງໃຫ້ກາຍເປັນກອງທັບທີ່ເຂັ້ມແຂງທັນສະໄໝໄຮ້ທຽມທານກ້າວສູ່ຍຸກສະໄໝ ອັນເປັນຍຸກເຊື່ອມໂຍງ, ແກ່ງແຍ້ງແຂ່ງຂັນ ຄຽງຄູ່ກັບສະພາວະຄວາມຈະເລີນຂອງພາກພື້ນ ແລະ ສາກົນໃຫ້ສົມກັບວ່າກອງທັບປະຊາຊົນລາວກຳເນີດເຕີບໃຫຍ່ເຂັ້ມແຂງໃນຂະບວນການຕໍ່ສູ້.

