ມອບ-ຮັບໜ້າທີ່ເຈົ້ານະຄອນຫລວງພະບາງ

ພິທີມອບ-ຮັບໜ້າທີ່ ເລຂາພັກ, ເຈົ້ານະຄອນຫລວງພະບາງ ລະຫວ່າງ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ມີຂຶ້ນໃນວັນທີ 21 ມັງກອນນີ້,  ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງຫລວງພະບາງ.ຕາມມະ ຕິຕົກລົງຂອງຄະນະປະຈໍາພັກແຂວງໂດຍເຫັນດີ ອານຸມັດໃຫ້ ທ່ານ ຈັນສຸກ ພັນໂດລັກ ອະດີດກຳມະການພັກແຂວງ ສະໄໝທີ 7 ເລຂາຄະນະພັກ ເຈົ້ານະຄອນ ຫລວງພະບາງ ພັກຜ່ອນຮັບອຸດໜູນບຳນານຕາມອາຍຸກະສຽນ ແລະ ແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ກຳມະການປະຈຳພັກແຂວງ ເປັນເລຂາຄະນະພັກ, ເຈົ້ານະຄອນຫລວງພະບາງ ຜູ້ໃໝ່.

ໃນໂອກາດດັ່ງກ່າວ, ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ມີຄໍາເຫັນເນັ້ນ ໃຫ້ເຈົ້ານະຄອນຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃຫ້ສູງ, ເປັນແບບຢ່າງນໍາໜ້າໃນການຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປັບປຸງແບບແຜນນຳພາ ແບບ ແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບຕົວຈິງ, ເພີ່ມທະວີຄວາມສາມັກຄີພາຍໃນໝູູ່ຄະນະ ເພື່ອພັດທະນາວຽກງານຮອບດ້ານຂອງນະຄອນ ຫລວງພະບາງໃຫ້ເຂັ້ມແຂງ ຕິດພັນກັບ ການປົກປັກຮັກສາເມືອງມໍລະດົກໂລກ ຫລວງພະບາງ ໃຫ້ຍືນຍົງຕະຫລອດໄປ.