ຫວຽດນາມ ຈະສັກວັກຊີນຊຸດທີ ສອງ ໃຫ້ຜູ້ທີ່ມີອາຍຸແຕ່ 18-75 ປີ

ລາຍງານຂ່າວຕ່າງປະເທດ ຈາກ ຮ່າໂນ້ຍ ວັນທີ 21 ມັງກອນນີ້ວ່າ ຕອນເຊົ້າວັນທີ 21 ມັງກອນ ມະຫາວິທະຍາໄລແພດສາດ ຮ່າໂນ້ຍ, ສະຖາບັນວັກຊີນ ແລະ ອຸປະກອນການແພດ, ສະຖາບັນອະນາໄມ ລະບາດວິທະຍາ ສູນກາງ ໄດ້ເລີ່ມສັກທົດລອງວັກຊີນໂຄວິດ-19 ຊຸດທີສອງຂອງຕົນ ໃຫ້ກັບຜູ້ທີ່ມີອາຍຸແຕ່ 18-75 ປີ, ວັກຊີນດັ່ງກ່າວມີຊື່ວ່າ covivac.
ທ່ານ ດັງດຶກແອັງ ຫົວໜ້າສະຖາບັນອະນາໄມ ລະບາດວິທະຍາ ສູນກາງ ໃຫ້ຮູ້ວ່າ 3 ພາກສ່ວນດັ່ງກ່າວ ໄດ້ຄັດເລືອກເອົາຜູ້ສະໝັກເຂົ້າຮ່ວມສັກວັກຊີນທົດລອງຂັ້ນ ຄະລີນິກໄລຍະ1 ແລະ 2 ທີ່ມີອາຍຸແຕ່ 18-75 ປີ ນັບແຕ່ວັນທີ 21 ມັງກອນນີ້ເປັນຕົ້ນໄປ.
ໄລຍະທີໜຶ່ງຂອງການສັກທົດລອງ ຈະເລີ່ມແຕ່ເດືອນ 1-4/2021 ແລະ ໄລຍະສອງ ຈະເລີ່ມແຕ່ ເດືອນ ກໍລະກົດ ຫາ ສິງຫາ 2021.
ວັກຊີນ covivac ຖືກຄົ້ນຄວ້າມາແຕ່ເດືອນ ພຶດສະພາ 2020 ແລະ ກ່ອນໄລຍະຄະລີນິກ ແມ່ນຖືກກວດສອບຄຸນນະພາບຢູ່ໃນຫວຽດນາມ, ອິນເດຍ ແລະ ສະຫະລັດວ່າ ວັກຊີນມີຄວາມປອດໄພ ແລະ ຄຸ້ມກັນພະຍາດໄດ້.
ຄາດວ່າໄລຍະທີໜຶ່ງຈະມີ 120 ຄົນອາສາສະໝັກສັກທົດລອງດ້ວຍປະລິມານແຕ່ 1-10 mcg, ໄລຍະທີສອງ ຈະມີ 300 ຄົນສະໝັກສັກທົດລອງ ຈະໄດ້ສັກ 2 ໂດສ ເພື່ອຊອກຫາຄວາມປອດໄພ ແລະ ຄຸນນະພາບຂອງຢາ.
ແຕ່ລະຄົນທີ່ສະໝັກສັກວັກຊີນດັ່ງກ່າວ ຈະຖືກຕິດຕາມພາຍຫຼັງສັກໄດ້ປະມານ 24 ຊົ່ວໂມງ ທີ່ມະຫາວິທະຍາໄລແພດສາດ ຮ່າໂນ້ຍ ແລະ ຈາກນັ້ນຈະຖືກຕິດຕາມຢູ່ກັບເຮືອນ.

