ສຳເລັດກອງປະຊຸມໃຫຍ່ຂອງພັກແລ້ວພາລະກິດຍັງສືບຕໍ່

ໂດຍ: ທິດກໍ່າ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ສຳເລັດເສັດສິ້ນລົງດ້ວຍບັນຍາກາດອັນຄຶກຂຶມ ທັງມີຄວາມໝາຍທາງດ້ານປະຫວັດສາດການເມືອງຂອງພັກ ກໍຄືຂອງຊາດ ແລະ ກໍຖືວ່າໄດ້ຮັບຜົນສຳເລັດຢ່າງໃຫຍ່ຫລວງ. ຜ່ານກອງປະຊຸມໃຫຍ່ຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວແຫ່ງການຊີ້ນຳ-ນຳພາຂອງພັກໃນຕະຫລອດຂະບວນວິວັດ ນັບແຕ່ມື້ພັກເຮົາໄດ້ກຳເນີດເກີດຂຶ້ນ ແລະ ຂະຫຍາຍຕົວມາ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຫາຄັ້ງທີ XI ຂອງພັກເປັນກ້າວໆມາແຕ່ລະໄລຍະ. ສະເພາະຄັ້ງທີ XI ເຊິ່ງເປັນກອງປະຊຸມຄັ້ງຫລ້າສຸດ ພວກເຮົາຍິ່ງໄດ້ເຫັນການເຕີບໃຫຍ່ຂະຫຍາຍຕົວ, ຄວາມເຂັ້ມແຂງ ແລະ ໜັກແໜ້ນແຫ່ງການນຳພາຂອງພັກ. ສະນັ້ນ ພາຍຫລັງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກແລ້ວ ໃນຂັ້ນຕໍ່ໄປກໍມີແຕ່ພ້ອມກັນຫັນໜ້າເຂົ້າສູ່ຂະບວນການຕົວຈິງໃນການປະຕິບັດມະຕິຄັ້ງທີ XI ຂອງພັກໃຫ້ປາກົດຜົນເປັນຈິງຕາມເປົ້າໝາຍທີ່ໄດ້ວາງເອົາໄວ້.
ແຕ່ວ່າແນວໃດກໍຕາມ, ພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄດ້ສຳເລັດເສັດສິ້ນໄປແລ້ວ ພາລະກິດວຽກງານອັນໃຫຍ່ຫລວງຂອງພັກ, ຂອງຊາດພວກເຮົາແມ່ນຕ້ອງໄດ້ສືບຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາແຂວງ ຊຸດທີ II (ສສຊ-IX ແລະ ສສຂ-II) ທີ່ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021. ສະເພາະການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແມ່ນມີຜູ້ສະໝັກທັງໝົດ 224 ທ່ານ ແຕ່ເລືອກເອົາພຽງ 164 ທ່ານ, ສ່ວນສະພາຂັ້ນແຂວງ ຊຸດທີ II ແມ່ນມີຜູ້ສະໝັກທັງໝົດ 789 ທ່ານ ເລືອກເອົາພຽງ 492 ທ່ານ.
ຫລັງຈາກປ່ອນບັດເລືອກຕັ້ງໄດ້ຜູ້ແທນສະພາແຕ່ລະຂັ້ນຢ່າງສົມບູນໂປ່ງໃສແລ້ວ ກໍຈະໄດ້ເປີດກອງປະຊຸມສະພາແຫ່ງຊາດ ສະໄໝທີ I ຊຸດທີ IX ຂຶ້ນຢ່າງເປັນທາງການ. ໃນກອງປະຊຸມດັ່ງກ່າວ ຈະໄດ້ພິຈາລະນາຮັບຮອງເອົາບັນດາກົງຈັກ ແລະ ບຸກຄະລາກອນໃນຄະນະສະພາແຫ່ງຊາດ, ແຕ່ງຕັ້ງປະທານປະເທດ, ແຕ່ງຕັ້ງນາຍົກລັດຖະມົນຕີ ແລະ ບັນດາກົງຈັກໃນລັດຖະບານ, ອົງການໄອຍະການສູງສຸດ, ປະທານສະພາປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ເຊິ່ງຈະໄດ້ເປີດຂຶ້ນໃນວັນທີ 22 ມີນາ 2021.
ນີ້ຄືພາລະກິດອັນໃຫຍ່ຫລວງທາງດ້ານການເມືອງຂອງພັກ, ຂອງລັດ, ຂອງຊາດ ແລະ ປະຊາຊົນບັນດາເຜົ່າເຮົາທີ່ຈະຕ້ອງໄດ້ພ້ອມກັນບຸກທະລຸຢູ່ອ້ອມຂ້າງພັກ ແລະ ລັດຖະບານເຮົາໃນຄັ້ງນີ້ໃຫ້ສຳເລັດໄປໂດຍດີ ແລະ ໄດ້ຮັບໝາກຜົນຕາມຄວາມມຸ້ງມາດປາດຖະໜາ. ພາຍຫລັງທີ່ພາລະກິດທຸກສິ່ງທຸກຢ່າງໄດ້ເປັນໄປຕາມແຜນການ ແລະ ເປົ້າໝາຍແລ້ວ ໜ້າວຽກຂອງທຸກຄົນ, ທຸກອົງການ ແລະ ໜ່ວຍງານຂະແໜງການຕ່າງໆ ກໍເລີ່ມຫັນໜ້າເຂົ້າສູ່ພາລະກິດຂອງຕົນຕາມໜ້າທີ່, ພາລະບົດບາດທີ່ພັກ ແລະ ລັດຖະບານໄດ້ມອບໝາຍໃຫ້. ໃນພາລະກິດອັນຍິ່ງໃຫຍ່ທີ່ຂວາງໜ້າພວກເຮົານັ້ນແມ່ນການປະຕິບັດມະຕິຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງລັດຖະບານວາງອອກ. ໃນການບຸກທະລຸເພື່ອກ້າວສູ່ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດບ້ານເມືອງ ກໍຄືການປະຕິບັດບັນດາເປົ້າໝາຍຍຸດທະສາດຕ່າງໆ ພວກເຮົາຍັງຈະຕ້ອງໄດ້ຜ່ານຜ່າສິ່ງກີດຂວາງ ແລະ ກົດໜ່ວງຫລາຍປະການ ໂດຍສະເພາະແມ່ນໂຣຄາພະຍາດ, ໂຣກລະບາດ, ໄພທຳມະຊາດ ແລະ ບັນດາປາກົດການຫຍໍ້ທໍ້ອື່ນໆທີ່ຈະມາທຳລາຍເສດຖະກິດ-ສັງຄົມຂອງປະເທດ.
ເຖິງຢ່າງໃດກໍດີ, ພາຍໃຕ້ການຊີ້ນຳ-ນຳພາອັນມີກຽດສະຫງ່າຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນຄະນະບໍລິຫານງານສູນກາງພັກ ຊຸດທີ XI ແລະ ລັດຖະບານ ຊຸດທີ IX ພວກເຮົາຄາດຫວັງເປັນຢ່າງຍິ່ງວ່າ ພາລະກິດທຸກສິ່ງຢ່າງຈະເດີນແມ່ນແລ່ນສະດວກ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ. ພາລະກິດອັນສຳຄັນທີ່ສຸດກໍແມ່ນສາມາດນຳພາປະເທດຊາດບ້ານເມືອງຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ ສົມກັບພວກເຮົາໄດ້ຄາດຫວັງ ແລະ ຄອງຄອຍມາຫລາຍປີແລ້ວ.

