ບັນຫາອາຊະຍາກຳຍັງເປັນໄພຄຸກຄາມຕໍ່ການປົກປັກຮັກສາ ແລະ ພັດທະນາປະເທດເຮົາ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ັງທີ XI ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 13 ມັງກອນ 2021 ນີ້, ສະຫາຍ ພົຕ ກົງທອງ ພົງວິຈິດ ຮອງເລຂາ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ປະກອບຄວາມເຫັນຕໍ່ກອງປະຊຸມບາງຕອນວ່າ: ບັນຫາອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ໃນສັງຄົມເປັນໄພຄຸກຄາມອັນຕະລາຍໃຫຍ່ຫລວງ, ຖ່ວງດຶງກະທົບໂດຍທາງກົງ ຫລື ທາງອ້ອມຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ກໍຄື ສະຖຽນລະພາບ, ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມ.
ສະຫາຍ ພົຕ ກົງທອງ ພົງວິຈິດ ກ່າວຕື່ມວ່າ: ໃນ 5 ປີຜ່ານມາ ກໍາລັງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນສໍາຄັນ ເຮັດໃຫ້ປະເທດຊາດພວກເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ; ກໍາລັງປ້ອງກັນຄວາມສະຫງົບ ຍັງເປັນກໍາລັງທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ເປັນກໍາລັງປະຈັນບານທີ່ເດັດດ່ຽວ, ເດັດຂາດ; ຕ້ານການເຄື່ອນໄຫວມ້າງເພທໍາລາຍຂອງພວກອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ດີ ແລະ ພວກຝ່າຝືນຕໍ່ລະບຽບກົດໝາຍຢູ່ທຸກສະຖານທີ່ ແລະ ທຸກເວລາ, ໄດ້ປັບປຸງກໍາລັງເຫລົ່າວິຊາສະເພາະປ້ອງກັນຄວາມສະຫງົບ ເພື່ອເຮັດວຽກງານຕ້ານອາດຊະຍາກໍາ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຄືພາຍໃນ; ເອົາໃຈໃສ່ວຽກງານສືບຂ່າວກໍາສະພາບການ, ກໍາແໜ້ນປະເພດເປົ້າໝາຍ ເພື່ອຄຸ້ມຄອງຕິດຕາມ ຕາມຫລັກການວິຊາສະເພາະຢ່າງເຂັ້ມງວດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ; ດໍາເນີນໂຄງການວິຊາສະເພາະແກ້ໄຂແຕ່ລະບັນຫາເຊັ່ນ: ໂຄງການຕ້ານອາຊະຍາກໍາປະເພດຕ່າງໆ, ໂຄງ ການອັດປ່ອງຂ້າມລອຍຢາເສບຕິດຢູ່ພາກເໜືອ ແລະ ພາກກາງ, ໂຄງການຫລຸດຜ່ອນອຸບັດເຫດ, ໂຄງ ການສ້າງສູນຝຶກແອບນໍາໃຊ້ວິຊາສະເພາະ, ໂຄງການສູນບັນຊາຕໍາຫລວດດ້ວຍເຕັກນິກທັນສະໄໝ ແລະ ອື່ນໆ.
ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານ 3 ສ້າງຂອງພັກ-ລັດວາງອອກຢ່າງແຂງແຮງຕໍ່ເນື່ອງ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ແລະ 7 ແຂວງ, ໃນພື້ນທີ່ຈຸດຫລໍ່ແຫລມ, ຂອບເຂດຊາຍແດນ ແລະ ເຂດຫ່າງໄກສອກຫລີກທີ່ອາດເກີດຄວາມບໍ່ສະຫງົບຂຶ້ນ.

