ພັນລະຍາ ທຣຳ ມີສັນຍາຍເຕືອນວ່າ ຈະແຍກທາງກັບ ທຣຳ

ລາຍງານຂ່າວຈາກຕ່າງປະເທດ ວັນທີ 18 ມັງກອນນີ້ ໃຫ້ຮູ້ວ່າ ສະຕີ ນຳເບີໜຶ່ງ Melania Trump, ວັນທີ 18 ມັງກອນນີ້ ປະກາດທາງວີດີໂອວ່າ ຈະແຍກທາງກັບ ທຣຳ ພ້ອມທັງຮຽກຮ້ອງໃຫ້ສັງຄົມຢ່າ ຟ້າວປະຖິ້ມຄຸນຄ່າ ແລະ ຄວາມບໍລິສຸດຂອງເຂົາໄປ.
ສຳນັກຂ່າວ Sputnik ອ້າງຄຳກ່າວຖະແຫຼງໃນວີດີໂອຊິ້ນໜຶ່ງຂອງ Melaniaວ່າ “ຕະຫຼອດໄລຍະສີ່ປີທີ່ຢູ່ໃນທຳນຽບຂາວນັ້ນ ເປັນໄລຍະເວລາທີ່ບໍ່ສາມາດຈະລືມໄດ້ ໃນການດຳລົງຊີວິດຢູ່ໃນທຳນຽບຂາວ, ຂ້າພະເຈົ້າຈະນຳເອົາພາບເບື້ອງຫຼັງທັງໝົດຂອງຜູ້ຄົນ ແລະ ເລື່ອງລາວແຫ່ງຄວາມຮັກຂອງພວກທ່ານກັບຄືນເມືອກັບຂ້າພະເຈົ້າ. ພວກທ່ານຈົ່ງເຮັດໜ້າທີ່ຕົນດ້ວຍຄວາມຕັ້ງໃຈ ແຕ່ກໍຢ່າລືມວ່າ ຄວາມຮຸນແຮງບໍ່ແມ່ນຄຳຕອບ ແລະ ບັນຫາດັ່ງກ່າວຈະບໍ່ມີວັນປົກປ້ອງໄດ້ອີກ. ຈົ່ງສຸມໃສ່ສ້າງຄວາມສາມັກຄີ, ຈົ່ງຜ່ານພົ້ນຈາກຄວາມແຕກແຍກຂອງພວກເຮົາ, ຈົ່ງເລືອກເອົາຄວາມຮັກ ຫຼາຍກວ່າຄວາມເປັນສັດຕູ, ເລືອກເອົາສັນຕິພາບຫຼາຍກວ່າການກໍ່ຈາລະຈົນ”.
ຄາດວ່າ ທຣຳ ກໍຈະມີຄຳຖະແຫຼງແຍກທາງໃນວັນທີ 20 ມັງກອນນີ້ ກ່ອນທີ່ເຂົາ ແລະ ສະມາຊິກໃນຄອບຄົວຂອງເຂົາຈະກັບສູ່ທີ່ພັກຜ່ອ Mar-A-Lago ໃນລັດ ຟລໍຣີດາ.

