ອິນເດຍຮ່ວມມືອູເບີເລັ່ງໃຫ້ ໃຊ້ລົດສ່ວນຕົວເປັນຕັກຊີແກ້ລົດຕິດ

ນິວເດລີ 6 ກໍລະກົດ: ແຫລ່ງຂ່າວເປີດເຜີຍວ່າ: ທາງການອິນເດຍກຳລັງຮ່ວມມືກັບບໍລິສັດຜູ້ໃຫ້ບໍລິການຮ່ວມເດີນທາງ (Ride sharing) ເຊັ່ນ: ອູເບີ ພິຈາລະນາອະນຸຍາດໃຫ້ນຳໃຊ້ລົດສ່ວນຕົວມາໃຊ້ເປັນລົດຕັກຊີໄດ້, ຫວັງຫລຸດຈຳນວນລົດຕາມຖະໜົນ ແລະ ແກ້ໄຂບັນຫາການຈະລາຈອນແອອັດໃນຫລາຍເມືອງ.
ເຈົ້າໜ້າທີ່ລັດທ່ານໜຶ່ງກ່າວວ່າ: ຄະນະເຮັດວຽກ ເຊິ່ງມີນາຍົກລັດຖະມົນຕີ ນາເຣນທາ ໂມດີ ເປັນປະທານ ໄດ້ຮ່ວມກັບພາກເອກະຊົນໃນການຕີລາຄາຜົນກະທົບທາງເສດຖະກິດ ແລະ ສິ່ງແວດລ້ອມຈາກການໃຊ້ລົດສ່ວນຕົວເປັນລົດຕັກຊີ ລວມທັງສຶກສາເລື່ອງຄວາມປອດໄພ, ກົດລະບຽບ, ພາສີ ແລະ ການປະກັນໄພນຳອີກ ໂດຍລັດຖະບານຕັ້ງເປົ້າຈະໃຊ້ມາດຕະການດັ່ງກ່າວຊ່ວຍຫລຸດຈຳນວນການຄອບຄອງລົດຍົນສ່ວນຕົວຢູ່ອິນເດຍ.
ສ່ວນໂຄສົກຂອງອູເບີ ກ່າວວ່າ: ການອະນຸຍາດໃຫ້ເອົາລົດຍົນສ່ວນຕົວມາໃຊ້ຮ່ວມເດີນທາງໄດ້ຈະຊ່ວຍຫລຸດບັນຫາການຈະລາຈອນແອອັດຢູ່ຖະໜົນ, ອີກທັງຍັງເປັນການໃຊ້ລົດຍົນໄດ້ຢ່າງມີປະສິດທິພາບເພີ່ມຂຶ້ນນຳອີກ. ແນວຄິດຂອງລັດຖະບານອາດຈະເປັນຂ່າວດີສຳລັບອູເບີ ແລະ ຄູ່ແຂ່ງທ້ອງຖິ່ນ ຄືບໍລິສັດ ໂອລາ, ແຕ່ອາດຈະເຮັດໃຫ້ບັນດາຜູ້ຂັບລົດຕັກຊີຕ້ອງຈ່າຍຄ່າເຮັດໃບຂັບຂີ່ລົດສາທາລະນະສູງກວ່າ ເກີດຄວາມບໍ່ພໍໃຈ. ນອກຈາກນີ້ ຍັງອາດສົ່ງຜົນກະທົບຕໍ່ຍອດຂາຍລົດພາຍໃນປະເທດນຳອີກ.

