ອຸຕຸເຕືອນ: ວັນທີ 18-20 ມັງກອນນີ້ອາກາດຈະໜາວລົງ 1 ຫາ 3 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ: ໃນໄລຍະວັນທີ 18 -20 ມັງກອນນີ້, ມວນອາກາດໜາວເຢັນຈາກປະເທດຈີນຈະເພີ່ມກໍາລັງແຮງແຜ່ ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອຸນຫະພູມໂດຍທົ່ວໄປຈະໜາວເຢັນລົງ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ, ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ເຂດຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫລາຍ ພ້ອມມີຝົນຕົກຄ່ອຍຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

ຈາກນັ້ນ ວັນທີ 21-24 ມັງກອນ ມວນອາກາດເຢັນຈະຫລຸດຜ່ອນລົງ ແລະ ຈະເຮັດໃຫ້ອາກາດອຸ່ນຂື້ນຢູ່ທົ່ວໄປໃນແຕ່ລະພາກ, ແຕ່ຢູ່ແຂວງພາກເໜືອ, ເຂດພູສູງ, ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ຍັງຈະມີມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຄາດຄະເນສະພາບອາກາດໃນແຕ່ລະພາກມີຄື: ພາກເໜືອດ້ານຕາເວັນອອກ: ອາກາດຈະໜາວຫລາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ອຸນຫະພູມຕໍ່າສູດ 3-9 ອົງສາ ແລະ ສູງສຸດ 21-24 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນ ຫາ ໜາວຫລາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາ ປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ. ອຸນຫະພູມຕໍ່າສຸດ 5-12 ອົງສາ ແລະ ສູງສຸດ 28-30 ອົງສາ.

ພາກກາງ: ອາກາດໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ. ອຸນຫະພູມຕໍ່າສຸດ 10-14 ອົງສາ ແລະ ສູງສຸດ 29-31 ອົງສາ.

ສະເພາະແຂວງໄຊສົມບູນ: ອາກາດໜາວຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 4-7 ອົງສາ ແລະ ສູງສຸດ 17-20 ອົງສາ.

ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 4-7 ອົງສາ ແລະ ສູງສຸດ 20-22 ອົງສາ.
ນະຄອນຫລວງວຽງຈັນ: ອາກາດຍັງສືບຕໍ່ໜາວເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນ ກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະ ສູງສຸດ 30- 32 ອົງສາ.