ເຫດຜົນ ສະມາຊິກຣີພັບຣີກັນ ສະໜັບສະໜູນ ໃຫ້ຖອດຖອນ ທຣຳ

ອີງຕາມລາຍງານຂ່າວຈາກ AP ໃຫ້ຮູ້ວ່າ: ໃນຈຳນວນສະມາຊິກວຸດທິສະພາຂອງພັກ ຣີພັບຣີກັນ ທີ່ຕ້ານກັບ ທຣຳ ລວມມີ: Liz Cheney ເປັນຕົວແທນໃຫ້ລັດ Wyoming ແລະ ຍັງເປັນການນຳເລກ 3 ຂອງພັກຣີພັບຣິກັນ ໃນສະພາຜູ້ແທນປະຊາຊົນđồng. Liz Cheney ເປັນສະມາຊິກໜຶ່ງດຽວໃນຄະນະນຳຂອງພັກ ຣີພັບຣີກັນ ທີ່ສະໜັບສະໜູນ ກ່າວປະນາມໂທດກຳຂອງ ທຣຳ ໃນຂະນະທີ່ມີສະມາຊິກໃນພັກ 197 ຄົນ ຄັດຄ້ານການຖອດຖອນ ທຣຳ.
ນອກຈາກນັ້ນຍັງມີສະມາຊິກ ວຸດທິສະພາອີກ 9 ຄົນຈາກພັກອື່ນໆ ສະໜັບສະໜູນການກ່າວປະນາມໂທດກຳຂອງ ທຣຳ ລວມມີ: John Katko ຈາກ New York, Adam Kinzinger ລັດ Illinois, Anthony Gonzalez ລັດ Ohio, Fred Upton ແລະ Peter Meijer ຂອງລັດ Michigan, Jaime Herrera Beutler ແລະ Dan Newhouse ລັດ Washington, Tom Rice ລັດ South Carolina ແລະ David Valadao ລັດ California.
ທັງໝົດສະມາຊິກເຫຼົ່ານັ້ນ ລ້ວນແຕ່ໃຫ້ເຫດຜົນວ່າ ທຣຳ ເປັນຜູ້ປູກປັ່ນ ການຈະລາຈົນ ບຸກເຂົ້າຫໍລັດຖະສະພາ ໃນວັນທີ 6 ມັງກອນຜ່ານມາ ແລະ ຍັງເຂົ້າຮ່ວມກັບຜູ້ປະທ້ວງ ແລະ ມີບົດປາໄສ ຕໍ່ຜູ້ສະໜັບສະໜູນເຂົາຫຼາຍສິບພັນຄົນ ຊຶ່ງບໍເຄີຍເຫັນປະທານາທິບໍດີຄົນໃດເຮັດມາກ່ອນ ໃນປະຫວັດສາດຂອງ ສະຫະລັດອາເມລິກາ.
