ຫ້າປີຕໍ່ໜ້າລັດເຮົາຕ້ອງຮີບດ່ວນແກ້ໄຂ 7 ບັນຫາສໍາຄັນ

ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນເຊົ້າວັນທີ 13 ມັງກອນນີ້ວ່າ: ເພື່ອເຮັດໃຫ້ການພັດທະນາປະເທດຊາດມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງນັ້ນ ໃນ 5 ປີຕໍ່ໜ້າຈໍາເປັນລັດເຮົາຕ້ອງໄດ້ຮີບດ່ວນແກ້ໄຂ 7 ບັນຫາສໍາຄັນຕົ້ນຕໍຄື:
(1) ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດ 3 ສາມສ້າງ ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານສັງຄົມ (ລະຫວ່າງຄົນຮັ່ງມີ ແລະ ຄົນທຸກ, ຕົວເມືອງ ແລະ ຊົນນະບົດ), ການເຂົ້າເຖິງການບໍລິການສາທາລະນະ (ສຶກສາ, ສາທາ) ຢູ່ເຂດຫ່າງໄກສອງຫລີກ.
(2) ແກ້ໄຂຄວາມບອບບາງທາງດ້ານເສດຖະກິດ ເປັນຕົ້ນແມ່ນການເຕີບໂຕສ່ວນໃຫຍ່ທີ່ເອື່ອຍອີງໃສ່ແຕ່ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດທີ່ບໍ່ທັນມີປະສິດທີຜົນເທົ່າທີ່ຄວນ, ຄຸນນະພາບຂອງການເຕີບໂຕບໍ່ສູງ, ບໍ່ທັນສາມາດກະຈາຍລາຍໄດ້ຢ່າງທົ່ວເຖິງ, ຖານການຜະລິດບໍ່ທັນໜັກແໜ້ນ.
(3) ແກ້ໄຂຄວາມບອບບາງທາງດ້ານການເງິນ, ແກ້ໄຂບັນຫາໜີ້ສິນສາທາລະນະ, ການເກັບລາຍຮັບບໍ່ຄົບຖ້ວນ ແລະ ການຮົ່ວໄຫລບໍ່ສົມຄູ່ກັບຄວາມສາມາດບົ່ມຊ້ອນ, ງົບປະມານບໍ່ພຽງພໍກັບຄວາມຈຳເປັນຂອງການພັດທະນາ (ສ່ວນຫລາຍແມ່ນສຸມໃສ່ການແກ້ໄຂໜີ້ສິນ).
(4) ແກ້ໄຂຄວາມບອບບາງທາງດ້ານເງິນຕາ: ດ້ານການຄ້າເຫັນວ່າມີເກີນດຸນ, ແຕ່ດຸນການຊຳລະກັບຕ່າງປະເທດ (BOP) ມີທ່າອ່ຽງຫລຸດລົງ, ລາຄາສິນຄ້າມີທ່າອ່ຽງເພີ່ມສູງຂຶ້ນ (ເງິນເຟີ້) ແລະ ອັດຕາການແລກປ່ຽນມີການເໜັງຕີງໃນບາງໄລຍະ ພາໃຫ້ເກີດມີຕະຫລາດນອກລະບົບ.
(5) ແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ເປັນຕົ້ນບັນຫາແຮງງານ (ການວ່າງງານ), ການຟື້ນຟູທຸລະກິທີ່ໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວໃຫ້ຄືນສູ່ສະພາບປົກກະຕິ.
(6) ແກ້ໄຂການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ລວມທັງການປັບປຸງ ແລະ ສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການດຶງດູດການລົງທຶນ.
(7) ສຸມໃສ່ແກ້ໄຂການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຈຸດສຸມ, ສົ່ງເສີມວິຊາຊີບ ແລະ ການຫັນເປັນຊ່ຽວຊານ ຕິດພັນກັບການຫັນເປັນທັນສະໄໝໃນຍຸກ 4.0 ແລະ ວິຖີຊີວິດແບບໃໝ່ (New Normal).

