ນາຍົກລັດຖະມົນຕີ ສິງກະໂປ ສັກວັກຊີນ ຂອງບໍລິສັດ Pfizer/BioNTech

ສຳນັກຂ່າວຕ່າງປະເທດ ລາຍງານໃນຕອນເຊົ້າຂອງວັນທີ 8 ມັງກອນນີ້ ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ຫຼີຊຽນລຸງ ຂອງສິງກະໂປສັກວັກຊີນເຂັມທຳອິດຂອງບໍລິສັດ Pfizer/BioNTech ແລະ ເປັນຄົນທຳອິດໃນຄະນະລັດຖະບານໄດ້ຮັບສັກວັກຊີນປ້ອງກັນໂຄວິດ-19 ເພື່ອເປັນການກະກຽມໃຫ້ແກ່ໂຄງການສັກວັກຊີນທົ່ວປະເທດ.

         ທ່ານນາຍົກ ກ່າວວ່າ “ມີວັກຊີນຫຼາຍຊະນິດກຳລັງເຂົ້າມາ, ພວກເຮົາຈະມີວັກຊີນພຽງພໍສັກໃຫ້ປະຊາຊົນທຸກຄົນ ແມ່ນແຕ່ບໍ່ແມ່ນປະຊາຊົນສິງກະໂປ ກໍຈະໄດ້ຮັບການສັກເຊັ່ນກັນ”.

         ໃນຂະນະດຽວກັນ ຖັນແຖວພະນັກງານແພດໝໍ ສິງກະໂປ 88 ຄົນກໍໄດ້ຮັບການສັກວັກຊີນເຊັ່ນດຽວກັນໃນຕອນເຊົ້າມື້ນີ້(8/1/21).

         ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະຊາຊົນ ສິງກະໂປໄປສັກວັກຊີນວ່າ: “ວັກຊີນຈະຊ່ວຍໃຫ້ເຮົາມີຄວາມປອດໄພດີກວ່າ, ຊ່ວຍໃຫ້ທ່ານ ແລະ ຄົນຮັກຂອງທ່ານມີຄວາມປອດໄພ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກຄົນສັກຄຸ້ມກັນໄວ້”