ອຢ ຂອງໄທເຕືອນປະຊາຊົນຢ່າຊື້ເຄື່ອງກວດໂຄວິດ-19 ມາໃຊ້ເອງ ສ່ຽງອ່ານຜົນຜິດ ແຜ່ເຊື້ອໂດຍບໍ່ຮູ້ຕົວ

ແຫລ່ງຂ່າວຈາກອົງການອາຫານ ແລະ ຢາ ຂອງໄທ ເປີດເຜີຍວ່າ: ຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງຂະຫຍາຍວົງກວ້າງໃນປັດຈຸບັນ ໄດ້ສ້າງຄວາມກັງວົນຕໍ່ຄົນທົ່ວໂລກ ລວມທັງປະເທດໄທ ເຊິ່ງມີຈຳນວນຜູ້ຕິດເຊື້ອເພີ່ມສູງຂຶ້ນ, ການກວດຄົ້ນຫາ ແລະ ຄັດກອງຜູ້ຕິດເຊື້ອໄດ້ດຳເນີນການທາງບຸກຢ່າງຕໍ່ເນື່ອງ. ທັງນີ້ມີປະຊາຊົນບາງສ່ວນເກີດຄວາມກັງວົນວ່າຕົນເອງຈະໄດ້ຮັບເຊື້ອ ຫລື ບໍ່ ຈຶ່ງໄປສັ່ງຊື້ເຄື່ອງກວດໂຄວິດ-19 ທີ່ຈຳໜ່າຍໃນສື່ອອນລາຍມາໃຊ້ເອງ.
ສຳນັກງານຄະນະກຳມະການອາຫານ ແລະ ຢາ (ອຢ) ຂອງໄທ ຂໍເຕືອນວ່າ: ຢ່າຊື້ເຄື່ອງກວດໂຄວິດ-19 ແບບ Rapid Test ທີ່ລັກລອບຂາຍຜ່ານອອນລາຍມາກວດເອງ ເພາະສ່ຽງຕໍ່ການອ່ານຜົນທີ່ຜິດພາດ ເນື່ອງຈາກເຄື່ອງກວດໂຄວິດ-19 ແບບ Rapid Test ເປັນການກວດຫາພູມຕ້ານທານ ບໍ່ໄດ້ເປັນການກວດຫາເຊື້ອ. ດັ່ງນັ້ນ ຈຶ່ງຕ້ອງໄດ້ຮັບເຊື້ອໃນໄລຍະເວລາໜຶ່ງຈຶ່ງຈະກວດພົບພູມຕ້ານທານ, ຖ້າຫາກໍໄດ້ຮັບເຊື້ອຈະກວດບໍ່ພົບໃນທັນທີ ຈຶ່ງເປັນຂໍ້ຈຳກັດຂອງເຄື່ອງກວດຊະນິດນີ້ ເຊິ່ງຈຳເປັນຕ້ອງດຳເນີນການກວດ ແລະ ອ່ານຜົນໂດຍຜູ້ຊ່ຽວຊານ ຫລື ນັກເຕັກນິກການແພດເທົ່ານັ້ນ ບໍ່ແນະນຳໃຫ້ໃຊ້ໂດຍທົ່ວໄປ ແລະ ບາງເທື່ອກວດແລ້ວຄິດວ່າຕົນເອງປອດໄພ ອາດດຳລົງຊີວິດຕາມປົກກະຕິ ເອົາເຊື້ອໄປຕິດຄົນອື່ນຕໍ່ໄດ້ ອາດສົ່ງຜົນໃຫ້ການລະບາດຂອງພະຍາດຮຸນແຮງຍິ່ງຂຶ້ນຈາກການອ່ານຜົນທີ່ຜິດພາດ ລວມທັງມີໂອກາດເກີດຜົນປອມໄດ້.
ເຄື່ອງກວດໂຄວິດ-19 ແບບ Rapid Test ຕາມປະກາດຂອງກະຊວງສາທາລະນະສຸກໄທ ຈັດເປັນເຄື່ອງມືແພດທີ່ຕ້ອງຂາຍສະເພາະຢູ່ໂຮງໝໍ ຫລື ຜູ້ປະກອບວິຊາຊີບທາງການແພດ ແລະ ສາທາລະນະສຸກເທົ່ານັ້ນ ແລະ ຈະຕ້ອງມີລາຍງານການຂາຍໃຫ້ ອຢ ຮູ້.
ສຳລັບປະຊາຊົນທີ່ເດີນທາງໄປໃນພື້ນທີ່ສ່ຽງ ຫລື ສຳຜັດຜູ້ຕິດເຊື້ອ ຫລື ມີອາການໄຂ້ສູງເກີນກວ່າ 37,5 ອົງສາ, ອ່ອນເພຍ, ມີຂີ້ມູກ, ໄອ, ເຈັບຄໍ, ປວດຮາກ, ປວດກ້າມຊີ້ນ, ຖອກທ້ອງ, ສູນເສຍການໄດ້ກິ່ນ ແລະ ຮັບລົດຊາດຊົ່ວຄາວ, ຫອບເມື່ອຍ ຂໍໃຫ້ໄປປຶກສາແພດໝໍຢູ່ໂຮງໝໍພາຍໃນ 48 ຊົ່ວໂມງ ເພື່ອດຳເນີນການກວດບົ່ງມະຕິພະຍາດຢ່າງຖືກຕ້ອງຕໍ່ໄປ.
