ໂອເປັກ ຄາດລາຄານ້ຳມັນໃນຕະຫລາດໂລກ ເຄິ່ງປີທຳອິດສ່ຽງຜະເຊີນຂາລົງ

ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ຄາດຄະເນວ່າ: ລາຄານ້ຳມັນໃນຕະຫລາດໂລກມີຄວາມສ່ຽງຈະຜະເຊີນຂາລົງໃນໄລຍະ 6 ເດືອນທຳອິດຂອງປີ 2021 ໂດຍການຄາດຄະເນດັ່ງກ່າວມີຂຶ້ນກ່ອນກຸ່ມໂອເປັກ ແລະ ປະເທດພັນທະມິດ ຫລື ໂອເປັກພລັສ ເຊິ່ງລວມທັງຣັດເຊຍ ຈະປະຊຸມຮ່ວມກັນໃນວັນທີ 4 ມັງກອນນີ້ ເພື່ອຫາລືເລື່ອງລະດັບການຜະລິດນ້ຳມັນໃນເດືອນກຸມພາ.
ທ່ານ ໂມຮຳເໝັດ ບາຄິນໂດ ເລຂາທິການໂອເປັກ ກ່າວໃນກອງປະຊຸມຜູ້ຊ່ຽວຊານຂອງກຸ່ມໂອເປັກພລັສ ວ່າ: ທ່າອ່ຽງລາຄານ້ຳມັນໃນໄລຍະ 6 ເດືອນທຳອິດຂອງປີ 2021 ມີການປັ່ນປ່ວນຫລາຍ ແລະ ມີຄວາມສ່ຽງຈະຜະເຊີນກັບສະພາບຂາລົງ ເນື່ອງຈາກຫລາຍປະເທດຍັງຄວບຄຸມກິດຈະກຳທາງເສດຖະກິດ ແລະ ສັງຄົມຢູ່ ແລະ ມີຄວາມກັງວົນກ່ຽວກັບການກາຍພັນຂອງໂຄວິດ-19.
ທ່ານ ບາຄິນໂດ ກ່າວວ່າ: ເຖິງວ່າເສດຖະກິດໂລກມີທ່າອ່ຽງຟື້ນຕົວຢ່າງແຂງແຮງໃນ 6 ເດືອນທ້າຍປີ 2021, ແຕ່ຫລາຍພາກສ່ວນເຊັ່ນ: ການເດີນທາງ, ການທ່ອງທ່ຽວ, ການສັນທະນາການ ແລະ ທີ່ພັກອາໄສ ອາດຕ້ອງໃຊ້ເວລາຫລາຍປີຈຶ່ງຈະກັບສູ່ລະດັບກ່ອນການແຜ່ລະບາດ.
ນອກຈາກນີ້, ທ່ານ ບາຄິນໂດ ກ່າວວ່າ: ປັດຈຸບັນ ໂອເປັກຄາດວ່າຄວາມຕ້ອງການນ້ຳມັນທົ່ວໂລກຈະໄດ້ຮັບແຮງໜູນຈາກອຸປະສົງໃນກຸ່ມປະເທດກຳລັງພັດທະນາ ໂດຍຄາດວ່າຈະເພີ່ມຂຶ້ນເຖິງ 95,9 ລ້ານບາເຣລຕໍ່ວັນໃນປີ 2021 ຫລື ເພີ່ມຂຶ້ນ 5,9 ລ້ານບາເຣລຕໍ່ວັນ ຈາກປີ 2020. ຂະນະທີ່ຄາດວ່າເສດຖະກິດໂລກຈະຂະຫຍາຍຕົວປະມານ 4,4%.
ເຖິງຢ່າງໃດກໍຕາມ, ເຖິງວ່າການພັດທະນາວັກຊີນໂຄວິດ-19 ຈະເຮັດໃຫ້ຕະຫລາດມີຄວາມຫວັງ, ແຕ່ຄວາມຕ້ອງການໃຊ້ນ້ຳມັນຍັງບໍ່ສາມາດເພີ່ມຂຶ້ນສູ່ລະດັບດຽວກັບໄລຍະກ່ອນເກີດການແຜ່ລະບາດ ເຊິ່ງຢູ່ປະມານ 100 ລ້ານບາເຣລຕໍ່ວັນ.

