ຫ້ອງວ່າການສູນກາງພັກ ປະກາດເລື່ອນພະນັກງານຂຶ້ນຮັບຫນ້າທີ່ໃຫມ່ ແລະ ອອກຮັບອຸດໜູນບຳນານ

ໃນວັນທີ 31 ທັນວາຜ່ານມານີ້, ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດເລື່ອນຊັ້ນພະນັກງານຂຶ້ນຮັບຫນ້າທີ່ໃຫມ່ຄື: ເລື່ອນຮັກສາກົມເປັນຫົວໜ້າກົມ 1 ທ່ານ, ເລື່ອນຫົວໜ້າພະແນກເປັນຮອງກົມ 3 ທ່ານ, ເລື່ອນຮອງພະແນກ ເປັນຫົວໜ້າພະແນກ 8 ທ່ານ, ເລື່ອນວິຊາການ ເປັນຮອງພະແນກ 9 ທ່ານ. ທັງນີ້ກໍເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກແທດເຫມາະ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລັດວາງອອກ. ພ້ອມໄດ້ປະກາດໃຫ້ພະນັກງານລັດຖະກອນອອກຮັບອຸດໜູນບຳນານ ແລະ ບຳເນັດ 4 ທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫລິດ ມັງໜໍ່ເມກ ຫົວຫນ້າຫ້ອງວ່າການສູນກາງພັກ ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ອອກຮັບອຸດໜູນບຳນານທີ່ໄດ້ອຸດທິດເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫລອດຫລາຍປີຜ່ານມາ. ພ້ອມເນັ້ນໃຫ້ຜູ້ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາໃຈໃສ່ປະຕິບັດຫນ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບຫມາຍໃຫ້ສຳເລັດຜົນເປັນຢ່າງດີ ແນໃສ່ປະກອບສ່ວນສຳຄັນເຂົ້າໃນພາລະກິດຂອງພັກ ແລະ ຂອງຊາດໃຫ້ມີປະສິດທິຜົນຍິ່ງຂຶ້ນ.