ມີສຽງສົນທະນາ ! ທຣຳ ກົດດັນທາງການລັດຈໍເຈຍ ຫາຄະແນນຊ່ວຍພິກປີ້ນຜົນການເລືອກຕັ້ງ

ສະຖານີ CNN ລາຍງານອ້າງອີງການບັນທຶກສຽງສົນທະນາທາງໂທລະສັບ ເຊິ່ງເປັນຫລັກຖານວ່າ: ປະທານາທິບໍດີ ໂດນັລ ທຣຳ ກົດດັນໃຫ້ທ່ານ ແບຣດ ຣາບເຟນສະເປີເກີ ເລຂາທິການແຫ່ງລັດຈໍເຈຍ ພະຍາຍາມຫາຄະແນນສຽງໃຫ້ພຽງພໍຈະພິກປີ້ນໃຫ້ທ່ານ ທຣຳ ຊະນະການເລືອກຕັ້ງໃນລັດນີ້ ຈາກໄຊຊະນະເປັນຂອງທ່ານ ໂຈ ໄບເດນ ວ່າທີ່ປະທານາທິບໍດີຄົນຕໍ່ໄປ.
ການບັນທຶກສຽງທີ່ CNN ໄດ້ມາມີຄວາມຍາວກວ່າ 1 ຊົ່ວໂມງ ເປັນການສົນທະນາທາງໂທລະສັບລະຫວ່າງທ່ານ ທຣຳ ກັບທ່ານ ຣາບເຟນສະເປີເກີ ໃນວັນທີ 2 ມັງກອນຜ່ານມາ ໂດຍທ່ານ ທຣຳ ຕຳນິວ່າເລຂາທິການແຫ່ງລັດຈໍເຈຍ ເຊິ່ງເປັນສະມາຊິກພັກຣີພັບລິກັນເຊັ່ນກັນວ່າ: ບໍ່ຍອມເວົ້າວ່າທ່ານຊະນະການເລືອກຕັ້ງໃນລັດຈໍເຈຍ ແລະ ເນັ້ນວ່າ: ເກີດການສໍ້ໂກງການເລືອກຕັ້ງຂຶ້ນ ເຊິ່ງເປັນຂໍ້ກ່າວຫາທີ່ທ່ານ ທຣຳ ພະຍາຍາມປຸນປັ້ນໂດຍບໍ່ມີຫລັກຖານສະໜັບສະໜູນ.
“ປະຊາຊົນໃນລັດຈໍເຈຍຄຽດແຄ້ນ ປະຊາກອນຂອງປະເທດຄຽດແຄ້ນ ຂ້ອຍຄິດວ່າເວົ້າອອກໄປແບບນີ້ບໍ່ເຫັນຈະຜິດຫຍັງ ເວົ້າໄປວ່າເຈົ້າໄດ້ນັບຄະແນນໃໝ່ແລ້ວ” ຣາບເຟນສະເປີເກີ ຕອບກັບວ່າ: “ທ່ານປະທານາທິບໍດີ ຄວາມທ້າທາຍທີ່ທ່ານກຳລັງຜະເຊີນຢູ່ ແລະ ຊຸດຂໍ້ມູນທີ່ທ່ານມີມັນຜິດ”.
ການສົນທະນາອີກວັກໜຶ່ງ ປະທານາທິບໍດີອາເມລິກາ ກ່າວວ່າ: “ສິ່ງທີ່ຂ້ອຍຢາກໃຫ້ເຈົ້າເຮັດຄື ຫາຄະແນນສຽງ 11.780 ຄະແນນ ເຊິ່ງເປັນຄະແນນຫລາຍກວ່າທີ່ເຮົາມີ ແຕ່ບໍ່ອາດຈະຍາກ ເພາະເຮົາຊະນະລັດຈໍເຈຍ… ທຸກຄົນຕ່າງຢາກໄດ້ການເລືອກຕັ້ງທີ່ຍຸຕິທຳ ແລະ ເຈົ້າເອງກໍເປັນຣີພັບລິກັນ”.
ແຕ່ເລຂາທິການແຫ່ງລັດຈໍເຈຍຕອບກັບວ່າ: “ເຮົາເຊື່ອວ່າເຮົາມີການເລືອກຕັ້ງທີ່ຍຸຕິທຳແລ້ວ” ເຊິ່ງທ່ານ ທຣຳ ຕອບກັບທັນທີວ່າ: “ນີ້ບໍ່ແມ່ນການເລືອກຕັ້ງທີ່ຍຸຕິທຳ ບໍ່ເລີຍ ເພາະຄະແນນຫາຍໄປຫລາຍແສນສຽງ”.
ທ່ານ ທຣຳ ອ້າງອີກວ່າ: ເກີດການສະແກນບັດລົງຄະແນນຊ້ຳຊ້ອນເຖິງ 3 ຄັ້ງໃນລັດຈໍເຈຍ ເຊິ່ງທ່ານ ຣາບເຟນສະເປີເກີ ຕອບກັບວ່າ: “ເຮົາກວດສອບຢ່າງລະອຽດ ແລະ ພິສູດແລ້ວວ່າບໍ່ມີການສະແກນບັດຊ້ຳ 3 ຄັ້ງ”.
CNN ພະຍາຍາມສອບຖາມຄວາມເຫັນຈາກທຳນຽບຂາວເຖິງສິ່ງທີ່ທ່ານ ທຣຳ ພະຍາຍາມຮ້ອງຂໍຈາກເລຂານຸການແຫ່ງລັດຈໍເຈຍ, ແຕ່ທຳນຽບຂາວປະຕິເສດທີ່ຈະສະແດງຄວາມເຫັນ. ຂະນະທີ່ CNN ຊີ້ແຈງວ່າ: ໄດ້ຮັບເທບບັນທຶກສຽງນີ້ຈາກແຫລ່ງຂ່າວທີ່ເປັນບຸກຄົນທີ່ຢູ່ໃນການສົນທະນາດັ່ງກ່າວ, ແຕ່ບໍ່ເປີດເຜີຍຊື່ ເຊິ່ງນອກຈາກທ່ານ ທຣຳ ແລະ ທ່ານ ຣາບເຟນສະເປີເກີ ແລ້ວ ມີເສນາທິການທຳນຽບຂາວ ແລະ ທະນາຍຫລາຍຄົນຮ່ວມຮັບຟັງຢູ່ນຳ.
ຫລັງການສົນທະນາວັນທີ 2 ມັງກອນ, ທ່ານ ທຣຳ ໂພດຂໍ້ຄວາມໃນທະວິດເຕີວ່າ: ໄດ້ໂທລະສັບໂອ້ລົມກັບທ່ານ ຣາບເຟນສະເປີເກີ ເພື່ອຮ້ອງຂໍໃຫ້ກວດສອບການສໍ້ໂກງເລືອກຕັ້ງໃນລັດຈໍເຈຍ ເຊິ່ງທ່ານ ຣາບເຟນສະເປີເກີ ໂພດຂໍ້ຄວາມຕອບກັບວ່າ: “ດ້ວຍຄວາມເຄົາລົບ ທ່ານປະທານາທິບໍດີ ສິ່ງທີ່ທ່ານເວົ້າມັນບໍ່ເປັນຄວາມຈິງ ແລະ ຄວາມຈິງຈະປາກົດ”.
ເຖິງວ່າຈະເຄີຍເປັນຜູ້ສະໜັບສະໜູນທ່ານ ທຣຳ, ແຕ່ທ່ານ ຣາບເຟນສະເປີເກີ ປະຕິເສດຄຳກ່າວອ້າງຂອງທ່ານ ທຣຳ ວ່າ: ມີການສໍ້ໂກງການເລືອກຕັ້ງໃນລັດຈໍເຈຍມາໂດຍຕະຫລອດ ໂດຍທ່ານໄດ້ສັງເກດການນັບຄະແນນໃໝ່ 3 ຄັ້ງ ແລະ ກວດສອບຂະບວນການນັບຄະແນນເພື່ອຫາຈຸດຜິດປົກກະຕິອີກຫລາຍຄັ້ງ ເຊິ່ງຜົນທີ່ໄດ້ຄື ຂະບວນການນັບຄະແນນມີຄວາມຍຸຕິທຳ 99,9% ແລະ ບໍ່ມີຫລັກຖານວ່າເກີດການສຸຈະລິດ.
ເທບບັນທຶກສຽງສົນທະນາທາງໂທລະສັບນີ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຍິ່ງຂອງທ່ານ ທຣຳ ທີ່ຈະປ່ຽນແປງຜົນການເລືອກຕັ້ງ ນອກເໜືອຈາກການໃຊ້ວິທີທາງກົດໝາຍ ແລະ ການເມືອງໃນໄລຍະຫລາຍອາທິດຜ່ານມາ.
ແລະ ການໂອ້ລົມທາງໂທລະສັບກັບທ່ານ ຣາບເຟນສະເປີເກີ ມີຂຶ້ນກ່ອນພຽງບໍ່ເທົ່າໃດມື້ ກ່ອນສະພາຄອງເກຣດຈະປະຊຸມ ເພື່ອຮັບຮອງໄຊຊະນະຂອງທ່ານ ໄບເດນ ເຊິ່ງເປັນພິທີຕາມທຳນຽມປົກກະຕິ, ແຕ່ສຳລັບປີນີ້ຈະເກີດປາກົດການທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ນັ້ນຄື ສສ ແລະ ສວ ຫລາຍຄົນໃນສະພາມີແຜນຈະຄັດຄ້ານຜົນການນັບຄະແນນຄະນະຜູ້ເລືອກຕັ້ງ ຫລື Electoral Coolege.

