10 ຢ່າງທີ່ COVID-19 ໄດ້ປ່ຽນລະບົບເສດຖະກິດໂລກໄປຕະຫລອດການ

ຜົນກະທົບທາງເສດຖະກິດເຊັ່ນ: ການແຜ່ລະບາດຂອງ COVID-19 ໃນປີ 2020 ນີ້ ຖືເປັນເຫດການທີ່ຫາໄດ້ຍາກ ແລະ ເກີດຂຶ້ນພຽງຄັ້ງດຽວໃນທຸກໆ 2-3 ຊົ່ວອາຍຸຄົນ, ແຕ່ຈະເປັນເຫດການທີ່ກໍ່ໃຫ້ເກີດ “ການປ່ຽນແປງຢ່າງຖາວອນ ແລະ ກວ້າງຂວາງ”.
ເມື່ອວັດແທກຈາກຜົນຜະລິດໃນປັດຈຸບັນ, ເສດຖະກິດໂລກກຳລັງຢູ່ລະຫວ່າງການຟື້ນຕົວຈາກການຕົກຕໍ່າແບບ 7,7 ພັນລ້ານຄົນເກືອບຈະບໍ່ເຄີຍເຫັນມາກ່ອນໃນຊ່ວງຊີວິດຂອງພວກເຂົາ ແລະ ເຖິງວ່າວັກຊີນຈະເປັນປັດໄຈເລັ່ງການຟື້ນຕົວໃນປີ 2021, ແຕ່ຜົນກະທົບໃນແງ່ອື່ນໆຂອງ COVID-19 ຈະກາຍເປັນຕົວກຳນົດທິດທາງການເຕີບໃຫຍ່ທົ່ວໂລກໃນອີກຫລາຍປີຕໍ່ໜ້າ.
ບາງຄົນອາດເລີ່ມແນມເຫັນເລື່ອງນີ້ແລ້ວ ວ່າຈະມີການເຂົ້າຄອບຄອງໂຮງງານ ແລະ ວຽກບໍລິການຂອງຫຸ່ນຍົນ ແລະ ເຕັກໂນໂລຊີ A.I ເຊິ່ງຈະກ້າວໜ້າຂຶ້ນຢ່າງວ່ອງໄວ. ຂະນະທີ່ ພະນັກງານລະດັບມືອາຊີບ/ພະນັກງານລະດັບສູງ ຕ້ອງເຮັດວຽກຢູ່ເຮືອນເພີ່ມຂຶ້ນ ແລະ ແນ່ນອນວ່າ: “ຈະມີຄວາມບໍ່ເທົ່າທຽມຫລາຍຂຶ້ນ” ທັງພາຍໃນ ແລະ ສາກົນ “ລັດຖະບານຈະມີບົດບາດຫລາຍຂຶ້ນໃນຊີວິດຂອງປະຊາຊົນ”. ຂະນະທີ່ການໃຊ້ຈ່າຍ ແລະ ການເປັນໜີ້ເງິນຈະເພີ່ມຂຶ້ນເຊັ່ນກັນ.
ສິ່ງຕໍ່ໄປນີ້ຄືພາບລວມຂອງການປ່ຽນແປງບາງຢ່າງທີ່ກຳລັງເກີດຂຶ້ນຕໍ່ໂລກພວກເຮົາ.
- ການປ່ຽນແປງຂອງພາກລັດ/ການຫລຸດລົງຂອງການເປັນຕະຫລາດເສລີ
ລັດຖະບານທົ່ວໂລກຈະເຂົ້າມາມີບົດບາດທາງສັງຄົມຫລາຍຂຶ້ນຕໍ່ວິຖີຊີວິດຂອງຄົນ ແລະ ກາຍເປັນເລື່ອງປົກກະຕິທີ່ເຈົ້າໜ້າທີ່ຂອງລັດຈະຕິດຕາມວ່າຜູ້ຄົນໄປບ່ອນໃດ ແລະ ພົວພັນໃຜແດ່ ລວມທັງການຈ່າຍຄ່າຈ້າງ ຖ້ານາຍຈ້າງບໍ່ສາມາດຈັດການໄດ້ ໂດຍພຽງແຕ່ໃນປະເທດທີ່ມີແນວຄິດຂອງການຕະຫລາດແບບເສລີຄອງແຜ່ນດິນມາດົນຫລາຍທົດສະວັດ ຍັງຕ້ອງມີການຕິດຕັ້ງໂຄງຂ່າຍຄວາມປອດໄພທາງເສດຖະກິດໃໝ່ ເຊິ່ງແນ່ນອນວ່າ ລັດຖະບານຈະມີອຳນາດຄວບຄຸມເສດຖະກິດເພີ່ມຂຶ້ນ.
ເຖິງຢ່າງໃດກໍຕາມ, ການທີ່ລັດມີອຳນາດເພີ່ມຂຶ້ນນີ້ ໃນຂະນະດຽວກັນກໍໝາຍເຖິງພາລະທີ່ເພີ່ມຂຶ້ນນຳອີກ ໂດຍສະເພາະຄ່າໃຊ້ຈ່າຍ ແລະ ການຂາດດຸນທີ່ຄາດວ່າຈະຍັງດຳເນີນຕໍ່ໄປອີກໄລຍະໜຶ່ງເປັນຢ່າງໜ້ອຍ.
ລາຄາທີ່ຕ້ອງຈ່າຍສຳລັບການແຊກແຊງເຫລົ່ານີ້ ເຮັດໃຫ້ລັດຖະບານທົ່ວໂລກເກີດການຂາດດຸນງົບປະມານເພີ່ມຂຶ້ນເຖິງ 11 ຕື້ໂດລາໃນປີນີ້ ເຖິງວ່າຈະມີການຖົກຖຽງກັນຢູ່ແລ້ວວ່າ ການໃຊ້ຈ່າຍດັ່ງກ່າວຈະສາມາດດຳເນີນຕໍ່ໄປໄດ້ດົນພຽງໃດ ແລະ ເມື່ອໃດທີ່ຜູ້ເສຍພາສີຈະຕ້ອງເລີ່ມຊຳລະໜີ້ຂອງພວກເຂົາ ? ຢ່າງໜ້ອຍທີ່ສຸດໃນປະເທດທີ່ພັດທະນາແລ້ວ ອັດຕາດອກເບ້ຍທີ່ຕໍ່າ ແລະ ຕະຫລາດການເງິນທີ່ບໍ່ປ່ຽນແປງບໍ່ໄດ້ຊີ້ໃຫ້ເຫັນເຖິງວິກິດໃນໄລຍະໃກ້.
- ການເງິນຈະເປັນເລື່ອງງ່າຍຂຶ້ນ
ທະນາຄານກາງໄດ້ໃຊ້ອຳນາດທາງການເງິນຂອງພວກເຂົາ ເພື່ອພິມເງິນຈຳນວນມະຫາສານຍິ່ງກວ່າໃນປີ 2008 ເຂົ້າສູ່ລະບົບເສດຖະກິດໂລກ ແລະ ຫລຸດອັດຕາດອກເບ້ຍລົງສູ່ລະດັບຕໍ່າສຸດເປັນປະຫວັດສາດ ແລະ ປັດຈຸບັນພວກເຂົາຍັງໃຫ້ຄຳໝັ້ນວ່າ: ຈະໃຊ້ທຸກເຄື່ອງມືທີ່ຈຳເປັນ ເພື່ອຮັກສາເສດຖະກິດເອົາໄວ້ ເຊິ່ງລວມທັງການຊື້ໜີ້ຂອງອົງກອນເອກະຊົນ ແລະ ລັດຖະບານ.
ການແຊກແຊງທາງການເງິນທັງໝົດນີ້ ໄດ້ສ້າງເງື່ອນໄຂທາງການເງິນທີ່ຜ່ອນຄາຍທີ່ສຸດໃນປະຫວັດສາດໂລກຄັ້ງໜຶ່ງ ແລະ ເຮັດໃຫ້ເກີດການລົງທຶນແບບເກັງກຳໄລຈຳນວນຫລາຍ ເຊິ່ງເຮັດໃຫ້ນັກວິເຄາະຈຳນວນຫລາຍກັງວົນກ່ຽວກັບ “ອັດຕະລາຍທາງສິນລະທຳ” ທີ່ຢູ່ຕໍ່ໜ້າ, ແຕ່ນະໂຍບາຍຂອງທະນາຄານກາງນັ້ນ ຍາກທີ່ຈະຢ້ອນກັບໄປແລ້ວ ໂດຍສະເພາະຖ້າຕະຫລາດແຮງງານຍັງບອບບາງແບບນີ້ ແລະ ບໍລິສັດຕ່າງໆຍັງດຳເນີນກິດຈະການດ້ວຍຄວາມປະຢັດ.
- ວິກິດໜີ້
ລັດຖະບານໄດ້ສະເໜີການປ່ອຍສິນເຊື່ອ ຫລື Credit ຈຳນວນຫລາຍ ເຊິ່ງຖືເປັນການຕໍ່ຊີວິດທຸລະກິດຈຳນວນຫລາຍທ່າມກາງການລະບາດຂອງ COVID-19 ແລະ ທຸລະກິດເຫລົ່ານັ້ນຈຳເປັນຕ້ອງຄວ້າມັນໄວ້ ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດການເພີ່ມຂຶ້ນຂອງລະດັບໜີ້ຂອງອົງກອນທົ່ວໂລກ ກະທັງປະເທດທີ່ພັດທະນາແລ້ວ ໂດຍທະນາຄານເພື່ອການຊຳລະໜີ້ສາກົນ (Bank for International Settlements) ຄິດໄລ່ວ່າ ບໍລິສັດທີ່ບໍ່ແມ່ນສະຖາບັນການເງິນ ມີການກູ້ຢືມເງິນສຸດທິເຖິງ 3,36 ຕື້ໂດລາ ໃນໄລຍະເຄິ່ງທຳອິດຂອງປີ 2020.
ແຕ່ກົງກັນຂ້າມ ລາຍໄດ້ຂອງບໍລິສັດເຫລົ່ານັ້ນຫລຸດລົງຢ່າງວ່ອງໄວໃນຫລາຍອຸດສາຫະກຳ ເນື່ອງຈາກການ Lockdowns ແລະ ຄວາມກັງວົນຂອງຜູ້ບໍລິໂພກ.
- ການແບ່ງແຍກ ຫລື ຄວາມບໍ່ເທົ່າທຽມກັນໃນລະດັບມະຫາພາກ
ໃນຂະນະທີ່ພວກເຮົາເຫັນການອອກມາດຕະການກະຕຸ້ນເສດຖະກິດຄັ້ງປະຫວັດສາດໃນກຸ່ມປະເທດຮັ່ງມີອັນດັບຕົ້ນໆຂອງໂລກ ແຕ່ປະເທດທຸກຍາກກຳລັງຂາດຊັບພະຍາກອນໃນການປົກປ້ອງວຽກ ແລະ ທຸລະກິດ ຫລື ການລົງທຶນໃນວັກຊີນ ເຊິ່ງເປັນວິທີທີ່ປະເທດຮັ່ງມີໃຊ້ເພື່ອສະໜັບສະໜູນການຟື້ນຕົວຂອງເສດຖະກິດ ແລະ ພວກເຂົາຈະຕ້ອງດິ້ນຮົນຕໍ່ໄປທ່າມກາງຄວາມສ່ຽງຕໍ່ວິກິດຄ່າເງິນ ແລະ ເງິນທຶນຂອງປະເທດ.
World Bank ເຕືອນວ່າ: ການແຜ່ລະບາດຈະສົ່ງຜົນໃຫ້ຄົນຮຸ່ນໃໝ່ຈຳນວນຫລາຍຢູ່ໃນຄວາມທຸກຍາກ ແລະ ຄວາມວຸ້ນວາຍຂອງໜີ້ສິນ. ຂະນະທີ່ IMF ກ່າວວ່າ: ປະເທດກຳລັງພັດທະນາຈະມີຄວາມສ່ຽງທີ່ເສດຖະກິດຈະຖືກຢ້ອນກັບໄປເມື່ອທົດສະວັດຜ່ານມາ.
ເຖິງວ່າລັດຖະບານເຈົ້າໜີ້ໃນປະເທດ G-20 ໄດ້ດຳເນີນການບາງຢ່າງ ເພື່ອບັນເທົາຊະຕາກຳຂອງປະເທດທຸກຍາກ, ແຕ່ພວກເຂົາຕ້ອງຄິດໜັກທີ່ຈະສະເໜີແຜນບັນເທົາໜີ້ເພີ່ມຕື່ມ ເນື່ອງຈາກປະເທດທຸກຍາກເຫລົ່ານັ້ນຍັງບໍ່ສາມາດດຶງດູດນັກລົງທຶນຕ່າງປະເທດເຂົ້າສູ່ປະເທດໄດ້ພຽງພໍ.
- ການຟື້ນຕົວຮູບຕົວ K
ວຽກບໍລິການ ເຊິ່ງມີການຕິດຕໍ່ພົບປະກັບລູກຄ້າຢ່າງໃກ້ຊິດມີທ່າອ່ຽງຈະຫລຸດລົງ ຕາບໃດທີ່ໄວຣັສຍັງບໍ່ສາມາດຄວບຄຸມໄດ້, ແຕ່ຕະຫລາດການເງິນ ເຊິ່ງຄົນລວຍສ່ວນຫລາຍເປັນຜູ້ຖືຄອງພັດຟື້ນຕົວໄດ້ໄວກວ່າຕະຫລາດແຮງງານຫລາຍ ໂດຍ “ການຟື້ນຕົວຮູບຕົວ K” ນັ້ນມາຈາກການທີ່ COVID-19 ໄດ້ຂະຫຍາຍຊ່ອງວ່າງທາງດ້ານລາຍໄດ້ ຫລື ຄວາມຮັ່ງມີລະຫວ່າງຄົນລວຍ ແລະ ຄົນທຸກໃຫ້ກວ້າງຂຶ້ນ ແລະ ຄວາມຮັ່ງມີເຫລົ່ານີ້ຍັງສະແດງໃຫ້ເຫັນເຖິງການແບ່ງແຍກທີ່ແຈ້ງຂຶ້ນລະຫວ່າງຊົນຊັ້ນ, ເຊື້ອຊາດ ແລະ ເພດ.
- ການເພີ່ມຂຶ້ນຂອງຫຸ່ນຍົນ
COVID-19 ເຮັດໃຫ້ເກີດຄວາມກັງວົນໃໝ່ໆກ່ຽວກັບການຕິດຕໍ່ພົວພັນກັບຄົນເຊັ່ນ: ການຄ້າ, ການຕ້ອນຮັບ ແລະ ໜຶ່ງໃນການແກ້ໄຂບັນຫາດີທີ່ສຸດຄືການໃຊ້ຫຸ່ນຍົນແທນມະນຸດ.
ການວິໄຈຊີ້ໃຫ້ເຫັນວ່າ: ລະບົບອັດຕະໂນມັດໄດ້ຮັບປະໂຫຍດເພີ່ມຂຶ້ນໃນຊ່ວງທີ່ໂລກຢູ່ໃນສະພາບເສດຖະກິດຫລຸດຖອຍ ຫລື ໃນສະພາບທີ່ມີການລະບາດໃຫຍ່ ໂດຍປັດຈຸບັນ ບໍລິສັດຕ່າງໆໄດ້ເພີ່ມການເຮັດວຽກ ໂດຍໃຊ້ຫຸ່ນຍົນເພີ່ມຂຶ້ນ ເຊິ່ງພວກມັນຖືກພັດທະນາຈົນສາມາດກວດສອບແຂກທີ່ຈະ Check-in ເຂົ້າພັກໃນໂຮງແຮມໄດ້, ຊອຍ/ຟັກຜັກໃນເມນູອາຫານຢູ່ຮ້ານອາຫານໄດ້ ຫລື ເກັບຄ່າທຳນຽມຢູ່ດ່ານເກັບເງິນກໍໃຊ້ຫຸ່ນຍົນ. ຂະນະທີ່ການຊື້ເຄື່ອງກໍເລີ່ມຫັນໄປເຮັດທາງອອນລາຍຫລາຍຂຶ້ນ.
ແນ່ນອນວ່ານະວັດຕະກຳເຫລົ່ານີ້ຈະເຮັດໃຫ້ເສດຖະກິດມີປະສິດທິຜົນຫລາຍຂຶ້ນ, ແຕ່ໃນອີກແງ່ມຸມໜຶ່ງ ໝາຍຄວາມວ່າກວ່າຜູ້ຄົນຈະສາມາດກັບໄປເຮັດວຽກໄດ້ຢ່າງປອດໄພ, ວຽກບາງຢ່າງຈະຖືກແທນບ່ອນດ້ວຍຫຸ່ນຍົນຢ່າງຖາວອນໄປແລ້ວ ແລະ ຍິ່ງວ່າງງານດົນເທົ່າໃດ ທັກສະຂອງພວກເຂົາກໍຈະຫລຸດລົງເທົ່ານັ້ນ ເຊິ່ງເປັນສິ່ງທີ່ນັກເສດຖະສາດເອີ້ນວ່າ: “hysteresis”.
- Work From Where (ເຮັດວຽກຈາກບ່ອນໃດກໍໄດ້)
ສຳລັບຄົນເຮັດວຽກລະດັບມືອາຊີບທີ່ມີລາຍໄດ້ສູງໃນປັດຈຸບັນ ການເຮັດວຽກຢູ່ເຮືອນກາຍເປັນບັນທັດຖານໃໝ່ທັນທີ ໂດຍການສຶກສາອັນໜຶ່ງພົບວ່າ: 66,67% ຫລື 2 ໃນ 3 ຂອງ GDP ອາເມລິກາ ໃນເດືອນພຶດສະພາ 2020 ເກີດຈາກຄົນເຮັດວຽກຢູ່ເຮືອນ ແລະ ຫລາຍບໍລິສັດຍັງສັ່ງໃຫ້ພະນັກງານຂອງພວກເຂົາຢູ່ຫ່າງຈາກສຳນັກງານໃນປີ 2021. ຂະນະທີ່ບໍລິສັດບາງແຫ່ງສົ່ງສັນຍານວ່າພວກເຂົາຈະສາມາດເຮັດວຽກຢູ່ນອກຫ້ອງການໄດ້ຢ່າງຖາວອນ.
ການເຮັດວຽກຢູ່ເຮືອນສ່ວນຫລາຍໄດ້ຮັບການພິສູດແລ້ວໃນກຸ່ມບໍລິສັດເຕັກໂນໂລຊີ ແລະ ເຮັດໃຫ້ນາຍຈ້າງ ລວມທັງພະນັກງານມີທາງເລືອກໃໝ່ໆໃນການເຮັດວຽກ ເຊິ່ງແນ່ນອນວ່າເປັນເລື່ອງກັງວົນສຳລັບທຸລະກິດທີ່ກ່ຽວຂ້ອງກັບ “ໂຄງສ້າງພື້ນຖານ ແລະ ວິຖີຊີວິດແບບເກົ່າໆ” ລວມທັງການຍຶດຕິດແຕ່ການເຮັດວຽກໃນສຳນັກງານ ເລື່ອງນີ້ຈະສົ່ງຜົນກະທົບນັບແຕ່ທຸລະກິດອະສັງຫາລິມະຊັບທາງການຄ້າໄປຈົນເຖິງບໍລິສັດອາຫານ ແລະ ການຂົນສົ່ງ, ແຕ່ຈະເປັນປະໂຫດຍສຳລັບບໍລິສັດທີ່ສ້າງນະວັດຕະກຳໃໝ່ໆເຊັ່ນ: ຫຸ້ນຂອງບໍລິສັດ Platform ກອງປະຊຸມຜ່ານວິດີໂອຊື່ Zoom ທີ່ເພີ່ມຂຶ້ນຫລາຍກວ່າ 600% ໃນປີນີ້.
- ການເດີນທາງລະຫວ່າງປະເທດອາດຍັງຢູ່ໃນລະດັບຕໍ່າ
ການທ່ອງທ່ຽວທົ່ວໂລກຫລຸດລົງ 72% ໃນປີນີ້ຈົນຮອດເດືອນຕຸລາ ຕາມຂໍ້ມູນຂອງອົງການສະຫະປະຊາຊາດ. ຂະນະທີ່ຜູ້ຊ່ຽວຊານຄາດວ່າ: 1 ໃນ 4 ຂອງການເດີນທາງເພື່ອທຸລະກິດອາດຫາຍໄປຕະຫລອດການ ເມື່ອວັດທະນະທຳກອງປະຊຸມເລີ່ມດຳເນີນຜ່ານທາງວິດີໂອອອນລາຍ.
ກິດຈະກຳຂະໜາດໃຫຍ່ເຊັ່ນ: ເທສະການ ແລະ ຄອນເສີດ ຄາດວ່າຈະຖືກຈຳກັດປະລິມານຕໍ່ໄປ. ຂະນະທີ່ກະແສຄວາມນິຍົມໃນຜູ້ບໍລິໂພກໄດ້ຢຸດສະງັກລົງເຊັ່ນກັນ ແລະ ເມື່ອກັບມາດຳເນີນກິດຈະການຕໍ່ ຫລາຍໆຢ່າງອາດບໍ່ຄືເກົ່າ. ຂະນະທີ່ຜູ້ເດີນທາງອາດຕ້ອງພົກພາໃບຮັບຮອງສຸຂະພາບ ແລະ ຜ່ານລະບົບການຮັກສາຄວາມປອດໄພຮູບແບບໃໝ່ທີ່ເຂັ້ມງວດຂຶ້ນ.
- ໂລກາພິວັດຢ້ອນກັບ
ເມື່ອໂຮງງານຂອງຈີນປິດລົງໃນຊ່ວງຕົ້ນຂອງການແຜ່ລະບາດ ມັນໄດ້ສົ່ງຄື້ນຄວາມສັ່ນສະເທືອນຜ່ານ Supply Chains ໄປທົ່ວທຸກແຫ່ງໃນໂລກ ແລະ ເຮັດໃຫ້ທຸລະກິດ ລວມທັງລັດຖະບານຫັນກັບມາຄຳນຶງເຖິງການອາໄສຈີນທີ່ໄດ້ຮັບສາຍາວ່າເປັນໂຮງໄຟຟ້າ ແລະ ການຜະລິດຂອງໂລກ.
ຫລາຍບໍລິສັດຕັດສິນໃຈຍ້າຍການຜະລິດບາງສ່ວນອອກຈາກຈີນໄປສ່ວນອື່ນໆຂອງໂລກ ເຊິ່ງສ່ວນຫລາຍຈະຢູ່ເຂດອາຊີ ແລະ ໂດຍລວມແລ້ວທຸກປະເທດທົ່ວໂລກເລີ່ມປັບປ່ຽນເຂົ້າສູ່ເສດຖະກິດທີ່ມີການອາໄສຕົນເອງຫລາຍຂຶ້ນ.
ການກະທຳເຫລົ່ານັ້ນຄືຕົວຢ່າງຂອງໂລກາພິວັດຢ້ອນກັບ. ນອກຈາກນີ້ ການແຜ່ລະບາດອາດກະຕຸ້ນໃຫ້ຜູ້ຄົນເລີ່ມຂັດແຍ່ງວ່າມີຄວາມສ່ຽງຈະອາໄສການນຳເຂົ້າສິນຄ້າທີ່ມີຄວາມສຳຄັນຕໍ່ຄວາມໝັ້ນຄົງຂອງປະເທດຈາກຕ່າງປະເທດເປັນຫລັກ.
- ເຂົ້າສູ່ໂລກສີຂຽວ
ກ່ອນການລະບາດໃຫຍ່ ນັກອະນຸລັກສິ່ງແວດລ້ອມສ່ວນຫລາຍກຳລັງປຸກລະດົມຢ່າງໜັກໃນແນວຄິດຂອງໂລກສີຂຽວ ໂດຍສະເພາະການຫລຸດການໃຊ້ນ້ຳມັນເຊື້ອໄຟຈາກຟໍຊິລ ແລະ ຄວາມຄິດທີ່ວ່າການເພີ່ມຂຶ້ນຂອງ “ຍານພາຫະນະໄຟຟ້າ” ຈະສາມາດທຳລາຍຄວາມຕ້ອງການເຊື້ອໄຟຟໍຊິລທີ່ສ້າງມົນລະພິດຫລາຍທີ່ສຸດຂອງໂລກໄດ້ຢ່າງຖາວອນ.
ແລະ ໃນປີນີ້ ພວກເຮົາເຫັນບໍລິສັດຍັກໃຫຍ່ໃນອຸດສາຫະກຳພະລັງງານອອກມາປຸກລະດົມເລື່ອງໂລກສີຂຽວຢ່າງຈິງຈັງ ແລະ ເປັນຮູບປະທຳຈະແຈ້ງ. ນອກຈາກນີ້ ການ Lockdown ຍັງສະແດງໃຫ້ເຫັນວ່າຜ່ານມາມະນຸດທຳລາຍທຳມະຊາດຈາກການດຳເນີນຊີວິດຫລາຍພຽງໃດ ໂດຍສະເພາະຊັບພະຍາກອນທຳມະຊາດ ຫລື ສັດນ້ຳໃນແຫລ່ງທ່ອງທ່ຽວທີ່ຟື້ນຕົວຈົນອຸດົມສົມບູນແບບບໍ່ເຄີຍມີມາກ່ອນ.

