ແຈ້ງເຕືອນໄພອາກາດໜາວ ແຕ່ວັນທີ 31 ທັນວາ 2020 – 4 ມັງກອນ 2021

ໃນວັນທີ 30 ທັນວານີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງວ່າ: ເນື່ອງຈາກບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກຳລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນອອກສຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນ ແລະ ລົມພັດແຮງໃນແຕ່ລະພາກ ແລະ ໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບນູ, ຫລັກຊາວ ແລະ ເຂດພູພຽງບໍລະເວນ ໃນໄລຍະວັນທີ 31 ທັນວາ 2020 ຫາວັນທີ 4 ມັງກອນ 2021 ນີ້. ຄາດຄະເນອຸນຫະພູມຕໍ່າສຸດຂີດໃນແຕ່ລະພາກດັ່ງນີ້: ພາກເໜືອດ້ານຕາເວັນອອກ -1,2-0,5 ອົງສາ, ພາກເໜືອດ້ານຕາເວັນຕົກ 3,0-5,0 ອົງສາ, ພາກກາງ 6,0-8,0 ອົງສາ, ພາກໃຕ້ 12,0-14,0 ອົງສາ ແລະ ນະຄອນຫລວງວຽງຈັນ 8,0-10,0 ອົງສາ. ດັ່ງນັ້ນ ຈຶ່ງແຈ້ງເຕືອນປະຊາຊົນ ແລະ ອົງການປົກທ້ອງຖິ່ນທຸກພາກສ່ວນທີ່ອາໄສຢູ່ແຂວງພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວຫລາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຫົ່ມເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ. ສໍາລັບຜູ້ທີ່ເດີນທາງໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້. ພ້ອມນີ້ ຂໍໃຫ້ຕິດຕາມການແຈ້ງການໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.


