ກະຊວງການຕ່າງປະເທດ ມອບໂລ້ກຽດຕິຄຸນໃຫ້ທ່ານຮອງລັດທະມົນຕີກະຊວງ ຖວທ ບົວເງິນ ຊາພູວົງ

ກະຊວງການຕ່າງປະເທດ ໄດ້ມອບໂລ້ກຽດຕິຄຸນໃຫ້ແກ່ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທີ່ໄດ້ມີຜົນງານໃນການເຄື່ອນໄຫວວຽກງານການຕ່າງປະເທດຢ່າງຍາວນານ ໂດຍສະເພາະແມ່ນການເປັນທູດວັດທະນະທຳ ແລະ ການທູດປະຊາຊົນ, ໄດ້ຊ່ວຍເຮັດໃຫ້ການເຄື່ອນໄຫວຕ່າງປະເທດຫລາຍບັ້ນທີ່ສຳຄັນປະສົບຜົນສຳເລັດຢ່າງຈົບງາມ, ພິເສດແມ່ນທ່ານໄດ້ປະດິດແຕ່ງບົດເພງທີ່ໄດ້ຖືເປັນບົດເພງປະຈຳຂອງຂະແໜງການຕ່າງປະເທດທີ່ມີຊື່ວ່າ: “ຊື່ລາວດັງກ້ອງ” ເຊິ່ງໄດ້ສ້າງຄວາມຮູ້ສຶກພາກພູມໃຈ ແລະ ທະນົງໃຈໃນຄວາມເປັນຊາດລາວ ແລະ ເປັນບົດເພງໜຶ່ງທີ່ໄດ້ຮັບຄວາມນິຍົມໃນທົ່ວປວງຊົນລາວທັງຊາດ.

ພິທີມອບ-ຮັບໂລ້ກຽດຕິຄຸນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 29 ທັນວານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໃນໂອກາດກອງປະຊຸມສະຫລຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ ແລະ ວາງທິດທາງແຜນການ ສຳລັບປີ 2021 ຂອງກະຊວງການຕ່າງປະເທດ, ຕາງໜ້າມອບໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ.