ຖ້າສັກວັກຊີນໂຄວິດແລ້ວແພ້ ໃຜຈະຮັບຜິດຊອບ ?

ພາຍຫລັງຫລາຍປະເທດເລີ່ມສັກວັກຊີນ ຄຳຖາມເຖິງຄວາມຮັບຜິດຊອບກໍລະນີເກີດຜົນຂ້າງຄຽງຮ້າຍແຮງກໍດັງຂຶ້ນ.
ຄວາມພະຍາຍາມຈັດຫາວັກຊີນ Covid-19 ໃຫ້ພຽງພໍຕໍ່ຄົນພາຍໃນປະເທດບີບບັງຄັບໃຫ້ລັດຖະບານຕ້ອງເລືອກວ່າຈະຍອມຈ່າຍຄ່າທົດແທນໃຫ້ຄົນທີ່ແພ້ວັກຊີນແທນບໍລິສັດຜູ້ຜະລິດ ຫລື ບໍ່.
ເຖິງວ່າໂດຍປົກກະຕິແລ້ວ ຜົນຂ້າງຄຽງທີ່ບໍ່ຄາດຄິດຂອງວັກຊີນຫລັງຈາກຜ່ານການອະນຸມັດຈາກອົງການອາຫານ ແລະ ຢາເກືອບບໍ່ຄ່ອຍເກີດຂຶ້ນ, ແຕ່ວ່າການພັດທະນາວັກຊີນ Covid-19 ທີ່ເກີດຂຶ້ນຢ່າງວ່ອງໄວພຽງບໍ່ເທົ່າໃດເດືອນຈາກທີ່ຕ້ອງໃຊ້ເວລາຫລາຍປີ ໄດ້ເຮັດໃຫ້ຄວາມສ່ຽງທີ່ຈະເກີດອາການແພ້ເພີ່ມຂຶ້ນ ເນື່ອງຈາກຜົນຂ້າງຄຽງບາງຢ່າງຈະພົບຫລັງຈາກສັກວັກຊີນເປັນວົງກວ້າງແລ້ວເທົ່ານັ້ນ.
ຈາກຂໍ້ມູນຂອງວາລະສານ Science ພົບວ່າມີຄົນແພ້ວັກຊີນຂອງ Pfizer ແລະ BioNTech ແລ້ວຢ່າງໜ້ອຍ 8 ຄົນໃນໄລຍະ 2 ອາທິດຜ່ານມາ ເຊິ່ງຄົນຫລ້າສຸດເປັນແພດອາເມລິກາຈາກເມືອງບອສຕັນທີ່ມີປະຫວັດພູມແພ້ຫອຍຢູ່ແລ້ວ.
ດ້ວຍເຫດນີ້, ບັນຫາ “ຄວາມຮັບຜິດຊອບທາງກົດໝາຍ” ຈຶ່ງກາຍເປັນໜຶ່ງໃນຂໍ້ຕົກລົງເຈລະຈາຊື້ຂາຍວັກຊີນ ເນື່ອງຈາກບັນດາຜູ້ຜະລິດວັກຊີນຕ່າງກໍຢ້ານວ່າຈະຕ້ອງແບກຮັບຕົ້ນທຶນທາງກົດໝາຍຈຳນວນຫລາຍ ລວມທັງຄ່າທົດແທນຄວາມເສຍຫາຍຫລາຍກວ່າຈະຕ້ອງຜະເຊີນຈາກການພັດທະນາວັກຊີນທີ່ຜ່ານການທົດລອງດົນກວ່າວັກຊີນ Covid-19.
ປະເທດພັດທະນາແລ້ວຫລາຍປະເທດ ບໍ່ວ່າຈະເປັນອັງກິດ, ອາເມລິກາ, ອົດສະຕຣາລີ ແລະ ສະຫະພາບເອີຣົບ ຕ່າງຍອມຮັບຄວາມສ່ຽງນີ້ ແລະ ພ້ອມຈ່າຍຄ່າທົດແທນຄວາມເສຍຫາຍແທນບໍລິສັດຜູ້ຜະລິດວັກຊີນຖ້າເກີດຜົນຂ້າງຄຽງກັບຜູ້ໃຊ້.
ເຫດຜົນສ່ວນໜຶ່ງນັ້ນຄືການຄຸ້ມຄອງປະຊາຊົນ ແລະ ອີກເຫດຜົນຄື ເພື່ອໃຫ້ໄດ້ວັກຊີນໃນລາຄາຖືກລົງ ເຊິ່ງສຸດທ້າຍປະຊາຊົນກໍໄດ້ຜົນປະໂຫຍດຄືເກົ່າ.
ພາຍໃຕ້ສັນຍາກັບບໍລິສັດ AstraZeneca ສະຫະພາບເອີຣົບຈ່າຍເງິນຄ່າວັກຊີນພຽງ 2,5 ເອີໂຣຕໍ່ໂດສ ແລກກັບການທີ່ລັດຖະບານ EU ເປັນຝ່າຍຮັບຜິດຊອບຄ່າທົດແທນຄວາມເສຍຫາຍ, ແຕ່ສັນຍາກັ Sanofi ຕ້ອງຈ່າຍປະມານ 10 ເອີໂຣ ເພາະບໍ່ມີຂໍ້ຕົກລົງຮັບຜິດຊອບແທນດັ່ງກ່າວ.
ສຳລັບອາເມລິກາ ໃນເດືອນກຸມພາຜ່ານມາ, ກະຊວງສຸຂະພາບ ແລະ ບໍລິການມະນຸດອ້າງກົດໝາຍການກຽມຄວາມພ້ອມຮັບມືສະຖານະການສຸກເສີນ ເພື່ອໃຫ້ການຄຸ້ມຄອງທາງກົດໝາຍແກ່ບໍລິສັດຜູ້ຜະລິດ ຫລື ຈັດຈຳໜ່າຍຢາເຊັ່ນ: ວັກຊີນ ຍົກເວັ້ນກໍລະນີເປັນຄວາມຜິດພາດໂດຍຕັ້ງໃຈຂອງບໍລິສັດ ເຊິ່ງຈະມີຜົນບັງຄັບໃຊ້ຮອດປີ 2024.
ໝາຍຄວາມວ່າຕໍ່ຈາກນີ້ໄປອີກ 4 ປີ ບໍລິສັດຜູ້ຜະລິດຢາຈະບໍ່ຕ້ອງຖືກຟ້ອງຮ້ອງເອົາຄ່າເສຍຫາຍຈາກຄວາມເຈັບປ່ວຍທີ່ກ່ຽວຂ້ອງກັບການສັກວັກຊີນ Covid-19 ແລະ ບໍ່ສາມາດຟ້ອງຮ້ອງອົງການອາຫານ ແລະ ຢາ (FDA) ໄດ້ເຊັ່ນກັນ ເນື່ອງຈາກມີເອກະສິດຄຸ້ມກັນ.
ແຕ່ອາເມລິກາມີກອງທຶນຊ່ວຍເຫລືອຜູ້ເສຍຫາຍ (CICP) ເຊິ່ງຈະຈ່າຍເງິນທົດແທນໃຫ້ຜູ້ທີ່ໄດ້ຮັບບາດເຈັບຮ້າຍແຮງຈາກບໍລິສັດຜູ້ຜະລິດຢາທີ່ໄດ້ຮັບການຄຸ້ມຄອງຕາມກົດໝາຍການກຽມຄວາມພ້ອມຮັບມືສະຖານະການສຸກເສີນ.
CNBC ລະບຸວ່າ: ຖ້າການຮຽກຮ້ອງສຳເລັດ ຜູ້ເສຍຫາຍຈະໄດ້ຮັບເງິນທົດແທນສູງສຸດ 50.000 ໂດລາສະຫະລັດຕໍ່ປີ ສຳລັບການຂາດລາຍໄດ້ ແລະ ຄ່າປິ່ນປົວທີ່ຈ່າຍຕົວຈິງ ໂດຍບໍ່ລວມຄ່າໃຊ້ຈ່າຍໃນການດຳເນີນຄະດີ ແລະ ຄ່າເສຍຫາຍຈາກການໄດ້ຮັບຄວາມເຈັບປວດ ຖ້າເສຍຊີວິດຈະໄດ້ຮັບເງິນທົດແທນ 370.376 ໂດລາສະຫະລັດ.
ທ່ານ ເດວິດ ຄານີ ຮອງປະທານເນຕິບັນດິດສະພາ ທີ່ຊ່ຽວຊານດ້ານການໄດ້ຮັບຄວາມເສຍຫາຍຈາກວັກຊີນ ເປີດເຜີຍຕໍ່ CNBC ວ່າ: ການຮຽກຮ້ອງຈາກ CICP ບໍ່ແມ່ນເລື່ອງງ່າຍ ເນື່ອງຈາກຜູ້ເສຍຫາຍຕ້ອງພິສູດວ່າໄດ້ຮັບຄວາມເສຍຫາຍຈາກວັກຊີນໂດຍກົງ ແລະ ຕ້ອງຍື່ນຄຳຮ້ອງພາຍໃນ 12 ເດືອນນັບແຕ່ໄດ້ຮັບວັກຊີນ ແລະ ນັບແຕ່ສ້າງຕັ້ງເມື່ອ 10 ປີກ່ອນ CICP ປະຕິເສດຄຳຮ້ອງເປັນສ່ວນຫລາຍ ໂດຍຈ່າຍເງິນທົດແທນຄວາມເສຍຫາຍພຽງ 29 ກໍລະນີ ຈາກຄຳຮ້ອງທັງໝົດ 499 ກໍລະນີ ລວມເງິນທັງໝົດ 6 ລ້ານໂດລາສະຫະລັດ.
ສ່ວນກົດໝາຍຈີນລະບຸວ່າ: ລັດຖະບານແຕ່ລະມົນທົນຕ້ອງຮັບຜິດຊອບຄ່າທົດແທນຈາກຜົນຂ້າງຄຽງຂອງວັກຊີນຟຣີທີ່ທາງລັດຖະບານຈັດຫາໃຫ້ ແລະ ຜູ້ຜະລິດວັກຊີນຕ້ອງຮັບຜິດຊອບກໍລະນີທີ່ຜູ້ເສຍຫາຍຈ່າຍເງິນເພື່ອຮັບວັກຊີນເອງ ໂດຍຈຳນວນຄ່າເສຍຫາຍຂຶ້ນຢູ່ກັບຄວາມຮຸນແຮງຂອງຜົນຂ້າງຄຽງ ແລະ GDP ໃນທ້ອງຖິ່ນ.
ລັດຖະບານຣັດເຊຍເປີດເຜີຍວ່າ: ຈະຮັບຜິດຊອບຄ່າທົດແທນສ່ວນໜຶ່ງ ຖ້າເກີດຄວາມຜິດພາດຕໍ່ວັກຊີນ Sputnik V ເຊັ່ນກັນ.
ຂະນະທີ່ໂຄງການ Covax ຂອງອົງການອະນາໄມໂລກ (WHO) ເຊິ່ງເປັນໂຄງການລະດົມເງິນທຶນເພື່ອຈັດຊື້ວັກຊີນຕ້ານ Covid-19 ແລະ ແຈກຢາຍໃຫ້ທຸກປະເທດຢ່າງເທົ່າທຽມຈະຈ່າຍຄ່າທົດແທນແທນບໍລິສັດຜູ້ຜະລິດເຊັ່ນກັນ ເພື່ອບໍ່ໃຫ້ເປັນອຸປະສັກຕໍ່ການຈັດຫາວັກຊີນ.
ທ່ານ ເຄອິຈິ ຟຸຄຸດະ ຈາກມະຫາວິທະຍາໄລຮົງກົງ ທີ່ເຄີຍເຮັດວຽກຮ່ວມກັບ WHO ກ່າວວ່າ: ການຕັດສິນໃຈຈ່າຍເງິນທົດແທນແທນຜູ້ຜະລິດວັກຊີນສອດຄ່ອງກັບກໍລະນີທີ່ເກີດຂຶ້ນໃນໄລຍະທີ່ໄຂ້ຫວັດສັດປີກ (H1N1) ລະບາດເມື່ອປີ 2009-2010 ເມື່ອບັນດາຜູ້ຜະລິດວັກຊີນແຈ້ງໄປຫາ WHO ວ່າເປັນໄປບໍ່ໄດ້ທີ່ບໍລິສັດຈະຮັບຜິດຊອບທັງໝົດ.
ໃນຂະນະນັ້ນໄດ້ຂໍ້ສະຫລຸບວ່າ: ຜູ້ຜະລິດຈະຕ້ອງຮັບຜິດຊອບໃນກໍລະນີທີ່ພົບຄວາມບົກຜ່ອງທີ່ກ່ຽວຂ້ອງກັບຄຸນນະພາບຂອງວັກຊີນ, ສ່ວນລັດຖະບານຮັບຜິດຊອບກໍລະນີເກີດຜົນຂ້າງຄຽງຮ້າຍແຮງ.
ນອກຈາກນີ້ Covax ໃຊ້ລະບົບທົດແທນຄວາມເສຍຫາຍທີ່ເອີ້ນວ່າ no-fault compensation ຫລື ການທົດແທນຄວາມເສຍຫາຍໂດຍບໍ່ຕ້ອງພິສູດຄວາມຮັບຜິດ ສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກຜົນຂ້າງຄຽງຮ້າຍແຮງຂອງວັກຊີນ Covid-19 ໂດຍຜູ້ເສຍຫາຍບໍ່ຈຳເປັນຕ້ອງຟ້ອງຮ້ອງ ແຕ່ຍັງຕ້ອງພິສູດຄວາມກ່ຽວຂ້ອງຂອງວັກຊີນ ແລະ ຜົນຂ້າງຄຽງ.
ຈຳນວນຄ່າທົດແທນຈະຂຶ້ນຢູ່ກັບຄວາມຮຸນແຮງຂອງຜົນກະທົບ ແລະ GDP ຂອງປະເທດຜູ້ເສຍຫາຍ ໂດຍເງິນສ່ວນນີ້ Covax ຈະໄດ້ຈາກການເກັບພາສີວັກຊີນທີ່ບໍລິສັດຜູ້ຜະລິດບໍລິຈາກ ແລະ ຈາກປະເທດທີ່ເຂົ້າຮ່ວມໂຄງການ.

