ຮົງກົງເພີ່ມເວລາກັກຕົວຜູ້ເດີນທາງມາຈາກຕ່າງປະເທດ ເປັນ 21 ວັນ ຢ້ານໂຄວິດ-19 ກາຍພັນລະບາດ

ຮົງກົງສັ່ງເພີ່ມເວລາກັກຕົວຜູ້ເດີນທາງມາຈາກຕ່າງປະເທດເປັນ 21 ວັນ, ຫ້າມຄົນທີ່ມາຈາກອາຟຣິກາໃຕ້ເຂົ້າຮົງກົງ ແລະ ໂຈະຖ້ຽວບິນເຂົ້າ-ອອກອັງກິດ ຫວັງປ້ອງກັນການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງກາຍພັນ.
ເວັບໄຊ SCMP ສື່ພາສາອັງກິດຢູ່ຮົງກົງ ລາຍງານອ້າງມາດຕະການຂອງທາງການຮົງກົງຫລ້າສຸດ ທີ່ປະກາດຂະຫຍາຍເວລາກັກຕົວຜູ້ທີ່ເດີນທາງມາຈາກຕ່າງປະເທດເຂົ້າໄປໃນຮົງກົງເພີ່ມເປັນ 21 ວັນ ໂດຍເປັນສ່ວນໜຶ່ງຂອງມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເຂັ້ມງວດຂຶ້ນ ຫລັງພົບການກາຍພັນຂອງໄວຣັສໂຄວິດ-19 ໃນອັງກິດ ແລະ ອາຟຣິກາໃຕ້.
ທາງການຮົງກົງລະບຸວ່າ: ມາດຕະການກ່ຽວກັບການກັກຕົວຫລ້າສຸດ ມີຂໍ້ຍົກເວັ້ນສະເພາະຜູ້ທີ່ເດີນທາງມາຈາກຈີນ, ໄຕ້ຫວັນ ແລະ ມາເກົາ ໂດຍຄົນກຸ່ມນີ້ສາມາດກັກຕົວຢູ່ເຮືອນເປັນເວລາ 2 ອາທິດ, ສ່ວນຜູ້ທີ່ເດີນທາງມາຈາກຕ່າງປະເທດ ຕ້ອງກັກຕົວຢູ່ພາຍໃນໂຮງແຮມທີ່ກຳນົດເປັນເວລາ 21 ວັນ.
ການຂະຫຍາຍໄລຍະເວລາກັກຕົວສົ່ງຜົນກະທົບໂດຍກົງຕໍ່ຊາວຕ່າງປະເທດທີ່ຕ້ອງການເດີນທາງເຂົ້າໄປຮົງກົງ ລວມທັງຊາວຮົງກົງທີ່ຢູ່ຕ່າງປະເທດ ເຊິ່ງຫວັງຈະເດີນທາງກັບໃນຊ່ວງເທສະການປີໃໝ່ ແລະ ເທສະການຕຸດຈີນໃນເດືອນໜ້າ ເນື່ອງຈາກໄລຍະເວລາກັກຕົວສູງເຖິງ 21 ວັນ ອາດຄວບຄຸມເວລາໃນຮົງກົງເກືອບທັງໝົດ ຍັງບໍ່ລວມຄ່າໃຊ້ຈ່າຍເຊັ່ນ: ຄ່າໂຮງແຮມທີ່ໃຊ້ກັກຕົວທີ່ຕ້ອງຈ່າຍເພີ່ມ ເຮັດໃຫ້ມີບາງສ່ວນຕັດສິນໃຈຍົກເລີກແຜນເດີນທາງກັບຮົງກົງແລ້ວ.
ນອກຈາກນີ້, ທາງການຮົງກົງຍັງບັງຄັບໃຊ້ມາດຕະການປ້ອງກັນໄວຣັສໂຄວິດ-19 ກາຍພັນລະບາດໃນຮົງກົງ ດ້ວຍການສັ່ງໂຈະການເດີນທາງຂອງຜູ້ທີ່ອາໄສຢູ່ອາຟຣິກາໃຕ້ໃນໄລຍະ 21 ວັນຜ່ານມາ ແລະ ໂຈະຖ້ຽວບິນທີ່ເດີນທາງເຂົ້າ-ອອກອັງກິດ ນັບແຕ່ວັນທີ 21 ທັນວາ. ເຖິງຢ່າງໃດກໍຕາມ, ຍັງບໍ່ມີທ່າທີແນ່ນອນວ່າ: ຖ້າເພີ່ມໄລຍະເວລາກັກຕົວເປັນ 21 ວັນແລ້ວ ຖ້ຽວບິນທີ່ເດີນທາງມາຈາກອັງກິດຈະກັບມາເປີດໃຫ້ບໍລິການ ຫລື ບໍ່.
ສະຖານະການການລະບາດຂອງພະຍາດໂຄວິດ-19 ເປັນກັງວົນຫລາຍຂຶ້ນ ຫລັງຈາກວັນທີ 23 ທັນວາຜ່ານມາ, ທາງການຮົງກົງກວດພົບນັກສຶກສາທີ່ໄປຮຽນຢູ່ອັງກິດ 2 ຄົນ ແລະ ເດີນທາງກັບຮົງກົງ ແລ້ວພົບໄວຣັສໂຄວິດ-19 ທີ່ມີທ່າອ່ຽງວ່າເປັນເຊື້ອທີ່ກຳລັງກາຍພັນໃນອັງກິດ, ແຕ່ຍັງບໍ່ຢືນຢັນຜົນຢ່າງເປັນທາງການ.
ປັດຈຸບັນ ຮົງກົງມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 8.425 ຄົນ, ເຫລືອຜູ້ຕິດເຊື້ອກຳລັງປິ່ນປົວປະມານ 1.000 ຄົນ ແລະ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຢູ່ຮົງກົງແລ້ວ 135 ຄົນ.

