ຍ້ອນຫຍັງ ຮ້ານອາຫານ, ໂຮງແຮມ ຈຶ່ງມັກຖອກນ້ຳກ້ອນລົງໃສ່ໂຖຖ່າຍ

ເພື່ອໃຫ້ຮ້ານອາຫານ, ໂຮງແຮມ ແລະ ຮ້ານບັນເທີງຕ່າງໆ ເຖິງແມ່ນຈະນ້ອຍ ຫຼື ໃຫ່ຍປານໃດກໍຕາມ ຜູ້ບໍລິຫານຄວນຈະຮູ້ ແລະ ກຳໄດ້ ເຄັດລັບເລັກໆນ້ອຍໆ ເພື່ອນຳໃຊ້ໃຫ້ມີຜົນປະໂຫຍດ ຕົວຢ່າງເຊັ່ນວ່າ: ການຖອກນ້ຳກ້ອນລົງໃສ່ໂຖຖ່າຍ ຊຶ່ງຫຼາຍຄົນອາດຈະຍັງບໍ່ທັນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງມັນ ວ່າແມ່ນເຮັດເພື່ອຫຍັງ?
ຫຼາຍຄົນກໍອາດຈະຄາດເດົາໄປຕ່າງໆນາໆ ແຕ່ໃນຄວາມເປັນຈິງແລ້ວ ການທີ່ເຮັດຄືແນວນັ້ນແມ່ນມີພື້ນຖານທາງດ້ານວິທະຍາສາດຄັກແນ່. ຍ້ອນແນວນັ້ນບັນດາຮ້ານອາຫານ, ໂຮງແຮມ ແລະ ຮ້ານບັນເທີງຕ່າງໆ ຈຶ່ງພາກັນຖອກນ້ຳກ້ອນລົງໃສ່ໂຖຖ່າຍ ເພື່ອດັບກິ່ນເໝັນ ຫຼື ເພື່ອປ້ອງກັນບໍ່ໃຫ້ຂຸມຫວິດອຸດຕັນ.
ມີ 4 ເຫດຜົນ ອະທິບາຍໃຫ້ແກ່ການກະທຳດັ່ງກ່າວ:
- ນ້ຳກ້ອນຈະສະກັດກັ້ນການຂະຫຍາຍຕົວຂອງເຊື້ອຈຸລິນຊີ ແລະ ດັບກິ່ນ.
- ຍ້ອນຍ້ຳກ້ອນມີອຸນຫະພູມຕໍ່າ ພາໃຫ້ເກີດປະຕິກິລິຍາທາງເຄມີ ລະຫວ່າງຄາບເປື້ອນຕ່າງໆ ທີ່ຕິດເກາະຢູ່ຕາມຜະໜັງຂອງໂຖຖ່າຍເກີດຂຶ້ນໄດ້ຊ້າກວ່າ ເຮັດໃຫ້ຜະໜັງ ບໍ່ຖືກສຳລຸດ ແລະ ຢຶດເກາະສິ່ງເປິະເປື້ອນໄວ້.
- ເມື່ອນ້ຳກ້ອນເປື່ອຍ ຈະເຮັດໃຫ້ທາດ ອາກໂມນີອັກ ລະລາຍໄປກັບນໍ້າຍ່ຽວ ຊຶ່ງຈະເປັນການດັບກິ່ນໃນຕົວ ເມື່ອລືມກົດນໍ້າລ້າງ ແທນທີ່ມັນຈະລະເຫີຍອາຍ ມັນກໍຈະໄຫຼໄປຕາມນໍ້າເລີຍ.
- ໃນເມື່ອເຮົາກົດນໍ້າລ້າງ ຈະສ້າງແຮງກົດດັນໃຫ້ນ້ຳກ້ອນມຸດລົງພື້ນ ເພື່ອຕ້ານການອຸດຕັນ.
ນ້ຳກ້ອນມີຄວາມເຢັນເປັນການດັບກິ່ນ ແລະ ປ້ອງກັນການອຸດຕັນ ທັງມີລາຄາຖືກ ແລະ ມີປະສິດທິຜົນສູງໃຫ້ກັບຮ້ານອາຫານ, ໂຮງແຮມ ແລະ ຮ້ານບັນເທີງຕ່າງໆ ໄດ້ເປັນຢ່າງດີ. ໃນເມື່ອທຳຄວາມສະອາດບໍ່ທັນ ມັນກໍຈະເປັນການດັບກິ່ນໄປໃນຕົວ.

