ຍີ່ປຸ່ນ ປະຫານຊີວິດ ຄາດຕະກອນ ທະວິດເຕີ(Twitter)

ສານ ໂຕກຽວ ຕັດສິນປະຫານຊີວິດທ້າວ Takahiro Shiraishi ອາຍູ 30 ປີ ຊຶ່ງຖືກຂະໜານນາມວ່າ ເປັນຄາດຕະກອນ ‘ທະວິດເຕີ’ ເພາະເຂົາໄດ້ຂ້າຄົນເຖິງ 9 ຄົນ ໂດຍຜ່ານທາງສື່ອອນລາຍ.
ໃນຂະນະທີ່ໃຫ້ປາກຄຳຕໍ່ສານໃນມື້ນີ້ ວັນທີ 16 ທັນວາ ທ້າວ Takahiro Shiraishi ຍອມຮັບສາລະພາບວ່າ ເຂົາໄດ້ຂ້າ 9 ຄົນ ຊຶ່ງມີອາຍຸແຕ່ 15-26 ປີ, ໃນນັ້ນເປັນຜູ້ຍິງ 8 ຄົນ ໂດຍທຳຄວາມລຶ້ງເຄີຍກັບພວກເຂົາເຈົ້າໂດຍຜ່ານທາງສື່ ທະວິດເຕີ. ເຂົາໄດ້ຕັດຍ່ອຍຊິ້ນສ່ວນອະໄວຍະວະອອກ ແລ້ວບັນຈຸໃສຖົງເຊື່ອງໄວ້ໃນຫ້ອງທີ່ພັກ ໃກ້ກັບນະຄອນຫຼວງ ໂຕກຽວ.

