ທ່ານ ປູຕິນ ສົ່ງສານສະແດງຄວາມຍິນດີກັບຜູ້ຊະນະການເລືອກຕັ້ງ ໂຈໄບເດັນ

ວັນທີ່ 15 ທັນວານີ້, ທ່ານປູຕິນໄດ້ສົ່ງສານສະແດງຄວາມຍິນດີ ກັບ ໄບເດັນ ພາຍຫຼັງ ຄະນະຜູ້ແທນການເລືອກຕັ້ງ ໄດ້ປ່ອນບັດເລືອກເອົາ ໂຈໄບເດັນ ໃຫ້ເປັນຜູ້ຊະນະການເລືອກຕັ້ງ ປະທານາທິບໍດີຂອງສະຫະລັດ.

ໃນສານດ່ັງກ່າວ ປູຕິນ ໄດ້ອວຍພອນໃຫ້ ໂຈໄບເດັນຈົ່ງມີຜົນສຳເລັດໃນໜ້າທີ່ວຽກງານ ແລະ ເຊື່ອໝັ້ນວ່າ ລັດເຊຍ ແລະ ສະຫະລັດອາເມລິກາ ຈະພ້ອມກັນຮັບຜິດຊອບເປັນພິເສດຕໍ່ຄວາມໝັ້ນຄົງຂອງໂລກ, ຮ່ວມມືກັນແກ້ໄຂຫຼາຍບັນຫາທີ່ເປັນສິ່ງທ້າທາຍ ຊຶ່ງໂລກກຳລັງປະເຊີນໜ້າຢູ່.

ທ່ານ ປູຕິນ ເນັ້ນວ່າ: ການຮ່ວມມືກັນຈະຕ້ອງຢູ່ບົນພື້ນຖານຂອງການນັບຖື ແລະ ໃຫ້ກຽດຊຶ່ງກັນ ແລະ ກັນ, ບໍ່ເຫັນແກ່ຜົນປະໂຫຍດສະເພາະຂອງຊາດຕົນເທົ່ານັ້ນ ແຕ່ຫາກເພື່ອທັງໂລກ.