ມາເລເຊຍຢຶດຢາໄອສ໌ຄັ້ງໃຫຍ່ສຸດ ສົ່ງຈາກມຽນມາ ໜັກກວ່າ 2 ໂຕນ

ສຳນັກງານຕຳຫລວດນ້ຳມາເລເຊຍເປີດເຜີຍການຈັບກຸມຢາໄອສ໌ນ້ຳໜັກກວ່າ 2 ໂຕນ ຢູ່ເຮືອຂະໜາດນ້ອຍໃນທະເລນອກຝັ່ງລັດປີນັງ ມູນຄ່າປະມານ 105,9 ລ້ານຣິງກິດ. ຖືເປັນການຈັບກຸມຢາເສບຕິດປະເພດນີ້ ຄັ້ງໃຫຍ່ສຸດໃນຄັ້ງດຽວຂອງປະເທດ, ເບື້ອງຕົ້ນກຳລັງສອບສວນຫາຕົ້ນທາງ ແຕ່ເຊື່ອວ່າຖືກສົ່ງໄປຈາກມຽນມາ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຊູບິລ ມາຊອມ ຜູ້ບັງຄັບການໜ່ວຍເຮືອລາດຕະເວນ ສຳນັກງານຕຳຫລວດນ້ຳມາເລເຊຍ ເປີດເຜີຍໃນລະຫວ່າງການຖະແຫລງຂ່າວ ຢູ່ເມືອງຈອດທາວວ່າ: ເຈົ້າໜ້າທີ່ຕຳຫລວດນ້ຳຈັບກຸມຢາໄອສ໌ ຢູ່ເຮືອທ່ອງທ່ຽວສ່ວນຕົວ ຂະໜາດຄວາມຍາວ 12,5 ແມັດ ໃນທະເລນອກຝັ່ງລັດປີນັງ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ໃນວັນທີ 9 ທັນວາ ໂດຍພົບຂອງກາງລວມນ້ຳໜັກ 2.118 ກິໂລກຣາມ ບັນຈຸໃນຫໍ່ຜະລິດຕະພັນຊາຈີນ 130 ຫໍ່ ມູນຄ່າປະມານ 105,9 ລ້ານຣິງກິດ ເຈົ້າໜ້າທີ່ຄວບຄຸມຜູ້ຊາຍ 1 ຄົນອາຍຸ 26 ປີ ທີ່ຢູ່ໃນເຮືອໄປສອບສວນຂະຫຍາຍຜົນ.
ທ່ານ ຊອມ ກ່າວວ່າ: ນີ້ເປັນການຈັບກຸມຢາໄອສ໌ຄັ້ງໃຫຍ່ສຸດໃນຄັ້ງດຽວ ນັບແຕ່ສ້າງຕັ້ງໜ່ວຍເຮືອລາດຕະເວນມາ 15 ປີ ຈາກການກວດສອບເບື້ອງຕົ້ນ ລວມທັງໂຕໜັງສືຢູ່ຫໍ່ບັນຈຸຊາຈີນ ມີຄວາມເປັນໄປໄດ້ສູງທີ່ຢາໄອສ໌ຊຸດນີ້ຈະຖືກສົ່ງໄປຈາກພື້ນທີ່ສາມຫລ່ຽມຄຳ ໃນປະເທດມຽນມາ ແລະ ເຊື່ອວ່າຈຸດໝາຍປາຍທາງຂອງເຮືອ ຢູ່ປະເທດເພື່ອນບ້ານ ເຊິ່ງຢາໄອສ໌ສາມາດຂາຍໄດ້ລາຄາສູງກວ່າໃນມາເລເຊຍ.
