ມຽນມາຂະຫຍາຍເວລາຄວບຄຸມໂຄວິດຮອດທ້າຍປີນີ້

ລັດຖະບານມຽນມາຕໍ່ເວລາບັງຄັບໃຊ້ມາດຕະການຄວບຄຸມທາງສັງຄົມ ຈົນຮອດວັນທີ 31 ທັນວານີ້ “ເປັນຢ່າງໜ້ອຍ” ເພື່ອຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຜູ້ຕິດເຊື້ອສະສົມຫລາຍກວ່າ 100.000 ຄົນ ແລະ ເສຍຊີວິດຫລາຍກວ່າ 2.000 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການກາງແຫ່ງຊາດດ້ານການປ້ອງກັນ, ຄວບຄຸມ ແລະ ປິ່ນປົວພະຍາດໂຄວິດ-19 ຂອງມຽນມາ ປະກາດໃນວັນທີ 13 ທັນວາຜ່ານມາ ຂະຫຍາຍເວລາບັງຄັບໃຊ້ມາດຕະການຄວບຄຸມທາງສັງຄົມ ໂດຍສະເພາະມາດຕະການ “ຢູ່ເຮືອນ” ຫລື ງົດອອກຈາກເຮືອນຖ້າບໍ່ມີຄວາມຈຳເປັນ ບໍ່ວ່າໃນລະດັບສູນກາງ ຫລື ທ້ອງຖິ່ນ ເຊິ່ງຈະຄົບກຳນົດຮອບຫລ້າສຸດໃນວັນທີ 15 ທັນວາ ໃຫ້ມີຜົນຕໍ່ໄປຈົນຮອດວັນທີ 31 ທັນວານີ້ “ເປັນຢ່າງໜ້ອຍ”, ສ່ວນຖ້ຽວບິນພາຍໃນປະເທດກຽມກັບມາໃຫ້ບໍລິການໃນວັນທີ 16 ທັນວານີ້.
ຂະນະທີ່ກະຊວງສາທາລະນະສຸກຂອງມຽນມາລາຍງານສະຖິຕິຂອງພະຍາດໂຄວິດ-19 ໃນຮອບ 24 ຊົ່ວໂມງຫລ້າສຸດ ຈົນເຖິງວັນທີ 13 ທັນວາ ຕາມເວລາທ້ອງຖິ່ນ ຢືນຢັນຜູ້ຕິດເຊື້ອສະສົມຢ່າງໜ້ອຍ 108.342 ຄົນ ເພີ່ມຂຶ້ນ 1.127 ຄົນ ແລະ ເສຍຊີວິດແລ້ວ 2.268 ຄົນ ເພີ່ມຂຶ້ນ 23 ຄົນ, ສ່ວນສະຖິຕິສະສົມຂອງຜູ້ທີ່ປິ່ນປົວດີມີຢ່າງໜ້ອຍ 86.795 ຄົນ.
ທັງນີ້, ເມືອງຢາງກຸ້ງ ແລະ ພື້ນທີ່ໃກ້ຄຽງຍັງເປັນສູນກາງການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ມຽນມາ. ເຖິງຢ່າງໃດກໍຕາມ, ທຸກຝ່າຍເພີ່ມການເຝົ້າລະວັງສະຖານະການໃນພາກພື້ນມັນທະເລ ທີ່ພົບຜູ້ຕິດເຊື້ອແຕ່ລະວັນຫລາຍກວ່າ 200 ຄົນ ຫລັງຜ່ານພົ້ນການເລືອກຕັ້ງທົ່ວໄປ ເມື່ອວັນທີ 8 ພະຈິກຜ່ານມາ.

