ອາເມລິກາ ອະນຸມັດວັກຊີນໂຄວິດ-19 ຂອງ Pfizer-BioNTech ວັນຈັນນີ້ພ້ອມສັກ 2,9 ລ້ານໂດສ
ລັດຖະບານອາເມລິກາ ອະນຸມັດວັກຊີນໂຄວິດ-19 ຂອງບໍລິສັດ Pfizer ແລະ BioNTech, ຄາດວ່າສັກເຂັມທຳອິດໃນວັນທີ 14 ທັນວານີ້ ແລະ ຈະສັກໃຫ້ຊາວອາເມລິກາ 20 ລ້ານຄົນພາຍໃນບໍ່ເທົ່າໃດຊົ່ວໂມງຕໍ່ໜ້າ.
ວັນທີ 12 ທັນວານີ້, ສຳນັກຂ່າວ CNN ລາຍງານວ່າ: ອົງການອາຫານ ແລະ ຢາອາເມລິກາ (FDA) ປະກາດອະນຸມັດການນຳໃຊ້ວັກຊີນໂຄວິດ-19 ຂອງບໍລິສັດ Pfizer ແລະ BioNTech ໃນກໍລະນີສຸກເສີນແລ້ວໃນວັນທີ 11 ທັນວາ ຫລັງຜ່ານການກວດສອບຄວາມປອດໄພ ແລະ ປະສິດທິພາບ.
ທ່ານ ດຣ. ສະຕີເຟນ ຮານ ຜູ້ອຳນວຍການ FDA ຊີ້ວ່າ: ນີ້ຄືຈຸດໝາຍສຳຄັນທີ່ຈະເປັນຈຸດປ່ຽນຄອບຄົວຊາວອາເມລິກາ ແລະ ຄົນທົ່ວໂລກ. ຂະນະທີ່ທ່ານ ອາເລັກ ອາຊາ ລັດຖະມົນຕີສາທາລະນະສຸກອາເມລິກາ ເປີດເຜີຍກ່ອນໜ້ານີ້ວ່າ: ໃນວັນທີ 14 ທັນວາ ອາດຈະໄດ້ເຫັນການສັກວັກຊີນໂຄວິດ-19 ໂດສທຳອິດຢູ່ອາເມລິກາ ແລະ ຄາດວ່າປະຊາກອນອາເມລິກາປະມານ 20 ລ້ານຄົນ ອາດຈະໄດ້ຮັບວັກຊີນພາຍໃນບໍ່ເທົ່າໃດຊົ່ວໂມງຕໍ່ໜ້າ.
ຂະນະທີ່ທ່ານ ໂດນັລ ທຣຳ ປະທານາທິບໍດີອາເມລິກາ ຖະແຫລງຜ່ານໂທລະພາບ ລະບຸວ່າ: ນີ້ເປັນປະຕິຫານທາງການແພດ ແລະ ເປັນໜຶ່ງໃນຜົນສຳເລັດທາງວິທະຍາສາດທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ.
ລາຍງານລະບຸວ່າ: ໃນອາທິດໜ້າ, ລັດຖະບານອາເມລິກາອາດຈະແຈກຢາຍວັກຊີນໂຄວິດ-19 ພຽງ 2,9 ລ້ານໂດສ ເຊິ່ງຄິດເປັນເຄິ່ງໜຶ່ງຂອງວັກຊີນທີ່ບໍລິສັດ Pfizer ສາມາດສົ່ງມອບໃຫ້ລັດຖະບານອາເມລິກາໄດ້ໃນອາທິດທຳອິດ ເນື່ອງຈາກລັດຖະບານອາເມລິກາຈຳເປັນຕ້ອງເກັບວັກຊີນສ່ວນທີ່ເຫລືອ ເພື່ອເປັນຫລັກປະກັນວ່າ: ຈະມີວັກຊີນໂດສທີ 2 ສັກໃຫ້ຜູ້ຕິດເຊື້ອໃນອີກ 21 ວັນຂ້າງໜ້າ.
ກ່ອນໜ້ານີ້ມີລາຍງານວ່າ: ລັດຖະບານອາເມລິກາມີຄວາມພະຍາຍາມກົດດັນຂະບວນການອະນຸມັດວັກຊີນໂຄວິດ-19 ໂດຍໜັງສືພິມວໍຊິງຕັນ ໂພສ ລາຍງານອ້າງແຫລ່ງຂ່າວວ່າ: ທ່ານ ມາກ ມີໂດ ຫົວໜ້າຄະນະປະຈຳທຳນຽບຂາວ ເປັນຝ່າຍໂທລະສັບໄປກົດດັນທ່ານ ສະຕີເຟນ ຮານ ໃຫ້ອະນຸມັດວັກຊີນພາຍໃນວັນທີ 11 ທັນວາ ບໍ່ສະນັ້ນຄວນຂຽນໃບລາອອກໄວ້ເລີຍ, ແຕ່ ດຣ. ຮານ ປະຕິເສດກະແສຂ່າວດັ່ງກ່າວ.
ອາເມລິກາເປັນປະເທດທີ 6 ໃນໂລກທີ່ອະນຸມັດວັກຊີນໂຄວິດ-19 ຂອງບໍລິສັດ Pfizer ແລະ BioNTech ຫລັງຈາກອັງກິດ, ບາເຣນ, ການາດາ, ຊາອຸດິອາຣະເບຍ ແລະ ເມັກຊິກ.
ການອະນຸມັດນຳໃຊ້ວັກຊີນໂຄວິດ-19 ເປັນຄວາມຫວັງທີ່ຈະຢຸດຢັ້ງຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກໂຄວິດ-19 ຢູ່ອາເມລິກາ ທີ່ຖືວ່າຫລາຍທີ່ສຸດໃນໂລກ ແລະ ກຳລັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍປັດຈຸບັນອາເມລິກາມີຜູ້ຕິດເຊື້ອໂຄວິດ-19 ສະສົມຫລາຍກວ່າ 16,2 ລ້ານຄົນ, ສ່ວນຜູ້ເສຍຊີວິດມີ 300.000 ກວ່າຄົນແລ້ວ ໂດຍໃນວັນທີ 11 ທັນວາ ມື້ດຽວມີຜູ້ເສຍຊີວິດເພີ່ມຂຶ້ນ 2.700 ກວ່າຄົນ.

