ຈີນປາບສື່ ແລະ ນັກຂ່າວເຜີຍແຜ່ຂ່າວປອມ ແລະ ຮັບຈ້າງລາຍງານຂ່າວ

ສຳນັກຂ່າວຊິນຮົວລາຍງານວ່າ: ສຳນັກງານຕໍ່ຕ້ານສື່ອານາຈານ ແລະ ສິ່ງພິມຜິດກົດໝາຍແຫ່ງຊາດຈີນ (NOAPIP) ໄດ້ເຜີຍແຜ່ 8 ຄະດີ ເຊິ່ງກ່ຽວຂ້ອງກັບຂ່າວປອມ ແລະ ຂ່າວຮັບຈ້າງ ທ່າມກາງການກວາດລ້າງການກະທຳຜິດກົດໝາຍໂດຍສື່ມວນຊົນ ແລະ ນັກຂ່າວ.
ຊິນຮົວລະບຸວ່າ: ໂຄງການເຊິ່ງເລີ່ມຂຶ້ນໃນປີນີ້ ມຸ້ງເປົ້າໃສ່ອົງກອນສື່ ແລະ ນັກຂ່າວທີ່ເຜີຍແຜ່ຂ່າວປອມ ລວມທັງການຂູ່ກັນໂຊກໃນຂ່າວ ແລະ ການຮັບຈ້າງລາຍງານຂ່າວ.
ຄະດີໜຶ່ງມີຜູ້ກະທຳຜິດຈາກແຂວງຊານຊີທາງຕອນເໜືອຂອງຈີນ ຈຳນວນ 5 ຄົນ ໄດ້ຂູດຮີດເງິນຈາກທຸລະກິດທ້ອງຖິ່ນ ແລະ ບຸກຄົນດ້ວຍການຂົ່ມຂູ່ຈະເປີດໂປງການກະທຳທີ່ບໍ່ເໝາະສົມຂອງໂຈດ ໂດຍຜູ້ກະທຳຜິດທັງໝົດພົວພັນກັບຄະດີຂູ່ກັນໂຊກ 5 ຄະດີທີ່ກ່ຽວຂ້ອງກັບເງິນຈຳນວນ 375.000 ຢວນ.

