ເຜີຍແຜ່ຄວາມຮູ້ສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ຜູ້ປະກອບການປ້ຳນ້ຳມັນໃນແຂວງບໍລິຄຳໄຊ

ໃນທ້າຍເດືອນ ມິຖຸນາ ນີ້, ທິມງານຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄຳໄຊ ໄດ້ລົງເຄື່ອນໄຫວໂຄ ສະນາເຜີຍແຜ່ຄວາມຮູ້ ໃນການ ສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ຜູ້ປະກອບການປ້ຳນ້ຳມັນ ຕ່າງໆໃນບໍລິຄຳໄຊ ເພື່ອແນ່ໃສ່ ປົກປັກຮັກສາຊັບສິນຂອງປະຊາ ຊົນບັນດາເຜົ່າດີຂຶ້ນ.
+ ເຜີຍແຜ່ລະຫັດສາລະບານອາຊີບ 6 ໂຕເລກຂອງລາວ
+ ເຜີຍແຜ່ພາລະບົດບາດ ແລະ ຂະບວນການກາແດງ
+ ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດແຜນງານ ສປຊ ວ່າດ້ວຍການສະກັດກັ້ນການຄ້າອາວຸດຂະໜາດນ້ອຍ ແລະ ເບົາ
ທ່ານ ພັນຕີ ແຂກ ພົມມະກົດ ຮອງຫົວໜ້າພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ໄດ້ແນະນຳຄວາມ ຮູ້ພື້ນຖານຂອງການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິ ບັດເມື່ອເກີດອັກຄີໄພການເອົາ ຕົວລອດຈາກອັກຄີໄພ ແລະ ໝອກຄວັນເຊັ່ນ: ເວລາເກີດເຫດ ໄຟໃໝ້ໃຫ້ກົດປຸ່ມສັນຍານເຕືອນ ໄພ ຫລື ຮ້ອງຂຶ້ນເພື່ອໃຫ້ທຸກຄົນ ໄດ້ຮັບຮູ້ວ່າ: ເກີດອັກຄີໄພ, ແຈ້ງ ເຈົ້າໜ້າທີ່ດັບເພິງ ໂດຍກົດໂທ 1190 ຫລື 054 212405 ບອກສະຖານທີ່ເກີດເຫດ, ໃຫ້ ລະອຽດ, ຕັດກະແສໄຟຟ້າ ໂດຍ ງັບກົງເຕີໄຟຟ້າລົງແລ້ວໂທຫາ ເຈົ້າໜ້າທີ່ໄຟຟ່້າທີ່ຢູ່ໃກ້ມາກວດ ກາເພື່ອສະກັດກັ້ນບໍ່ໃຫ້ເກີດໄຟຟ້າຊັອດ ເຊິ່ງຈະເປັນອັນຕະ ລາຍຕໍ່ເຈົ້າໜ້າທີ່ກູ້ໄພ ຫລື ຜູ້ປະ ສົບໄພ, ໃຊ້ອຸປະກອນບັ້ງມອດ ໄຟ ສິດໃສ່ຈຸດ ເກີດໄຟໃໝ້ໄລຍະ ປະມານ 3-5 ແມັດ, ໃນການ ກອບກູ້ຊີວິດ ແລະ ຊັບສິນເຮົາ ຄວນຮີບຮ້ອນນຳເອົາຊັບສິ່ງ ຂອງທີ່ມີຄ່າ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດໄຟ ໃໝ້ ໂດຍໄວ, ແຕ່ງຕັ້ງຄົນຮັບຜິດ ຊອບເວນຍາມປ້ອງກັນເຄື່ອງ ຂອງຕ່າງໆ ເພື່ອຫລີກເວັ້ນກຸ່ມ ຄົນບໍ່ດີທີ່ສວຍໂອກາດມາລັກ ເອົາຊັບສິນໄປໄດ້, ຈາກນັ້ນກໍໄດ້ ແນະນຳວິທີໃຊ້ອຸປະກອນມອດ ໄຟໃນເບື້ອງຕົ້ນເຊັ່ນ: ຜົງເຄມີແຫ້ງ, ການນຳໃຊ້ນ້ຳມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ, ພ້ອມທັງອະທິບາຍ ເຖິງການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາທີ່ຕິດຕັ້ງ ຕາມຈຸດຕ່າງໆໃຫ້ຢູ່ໃນສະພາບ ພ້ອມໃຊ້ງານຢູ່ສະເໝີ.
ຈາກນັ້ນ, ກໍໄດ້ມີການສາທິດການນຳໃຊ້ອຸປະກອນການ ມອດໄຟຂັ້ນເບື້ອງຕົ້ນໃຫ້ກັບບັນດາຜູ້ປະກອບການໄດ້ປະຕິບັດ ຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ ເພື່ອເປັນຄວາມຮູ້ພື້ນຖານໃນການສະກັດກັ້ນ ແລະ ຕ້ານອັກ ຄີໄພທີ່ອາດຈະເກີດຂຶ້ນໄດ້ມີຜົນ.

