ເກີດເຫດຈະລາຈົນທົ່ວປະເທດຝຣັ່ງ ຕໍ່ຕ້ານກົດໝາຍວ່າ ດ້ວຍ ຄວາມໝັ້ນຄົງສະບັບໃໝ່

ສຳນັກຂ່າວ Euronews ລາຍງານ ເມື່ອວັນທີ 6 ທັນວານີ້ວ່າ: ມີຄົນຫຼາຍກວ່າ ສິບພັນຄົນ ໃນທົ່ວປະເທດ ຝຣັ່ງ ລົງຖະໜົນປະທ້ວງກົດໝາຍວ່າດ້ວຍ ຄວາມສະຫງົບສະບັບໃໝ່ຂອງປະທານາທິບໍດີ Emmanuel Macron. ຜູ້ປະທ້ວງໄດ້ແກວ່ງກ້ອນຫີນ ເຄື່ອງຂອງເຂົ້າໃສ່ເຈົ້າໜ້າທີ່ຕຳຫຼວດ, ບຸກລຸກທັບມ້າງຮ້ານຄ້າ, ເຜົາລົດ…
ນີ້ຄືເຫດຈະລາຈົນເກີດຂຶ້ນເປັນຄັ້ງທີສອງຕິດຕໍ່ກັນໃນທ້າຍອາທິດທີ່ຜ່ານມາ ໃນທົ່ວປະເທດ ຝຣັ່ງ ເພື່ອຕໍ່ຕ້ານການໃຊ້ອຳນາດຂອງເຈົ້າໜ້າທີ່ຕຳຫຼວດ ແລະ ກົດໝາຍສະບັບໃໝ່ວ່າ ດ້ວຍຄວາມສະຫງົບຂອງປະທານາທິບໍດີ ຝຣັ່ງ Emmanuel Macron, ໃນນັ້ນມີມາດຕາໜຶ່ງໄດ້ຫ້າມ ຄົນທົ່ວໄປ ຖ່າຍພາບຂອງເຈົ້າໜ້າທີ່ຕຳຫຼວດທີ່ກຳລັງປະຕິບັດໜ້າທີ່ຢູ່. ກຸ່ມປະທ້ວງຕໍ່ຕ້ານວ່າ ກົດໝາຍດັ່ງກ່າວເປັນການກັນຫ້າມສິດເສລີພາບຂອງປະຊາຊົນ.
ອີງຕາມຂໍ້ມູນຂອງກະຊວງພາຍໃນຂອງ ຝຣັ່ງ ໃຫ້ຮູ້ວ່າ ການປະທ້ວງເກີດຂຶ້ນຢູ່ 90 ຈຸດໃນທົ່ວປະເທດ ຝຣັ່ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 52.000 ຄົນ. ໃນເມືອງ ລີອົງ ມີປະມານ 5.000 ຄົນ, ນອກຈາກນີ້ຢູ່ຕາມບັນດາຫົວເມືອງໃຫ່ຍໆ ມີຜູ້ປະທ້ວງຫຼາຍແສນຄົນ.
ສະເພາະຢູ່ໃນຕົວເມືອງ ປາຣີ ມີຜູ້ປະທ້ວງປະມານ 5.000 ຄົນ. ຜູ້ປະທ້ວງໄດ້ທັບມ້າງ ເຄື່ອງຂອງຮ້ານຄ້າ, ເຜົາລົດ…ຈົນເຈົ້າໜ້າທີ່ຕ້ອງໃຊ້ແກັດນໍ້າຕາ, ລູກປີນຢາງຍິງຕອບໂຕ້ຜູ້ປະທ້ວງ, ຜູ້ປະທ້ວງກໍໃຊ່ໄມ້ຄ້ອນ, ກວດແກ້ວ, ກ້ອນຫີນ ດຶກເຂົ້າໃສ່ເຈົ້າໜ້າທີ່.
ໃນທີ່ສຸດລັດຖະບານ ຝຣັ່ງ ຈຳຕ້ອງໄດ້ປະກາດວ່າ ຈະຮ່າງກົດໝາຍດັ່ງກ່າວຄືນໃໝ່, ແຕ່ເຖິງຢ່າງໃດກໍດີປະຊາຊົນຍັງບໍ່ມີຄວາມພໍໃຈ ແລະ ເວົ້າວ່າ ຕ້ອງຕ້ອງລົບລ້າງທັງໝົດ.

