ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ

ກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ຈັດຂຶ້ນໃນວັນທີ 3-4 ທັນວານີ້  ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍຄໍາພອນ ພຸດທະວົງ ເລຂາຄະນະພັກກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງສະຫາຍພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີການນໍາຂັ້ນສູງກະຊວງສາທາລະນະສຸກ, ພ້ອມດ້ວຍຜູ້ແທນສົມບູນ 184ທ່ານ, ຍິງ73ທ່ານ ທີ່ເປັນຕົວແທນສະມາຊິກພັກສົມບູນທົ່ວກະຊວງສາທາລະນະສຸກ 1.340 ສະຫາຍ

ໃນກອງປະຊຸມຈະໄດ້ຮັບຟັງບົດລາຍງານການເມືຶອງ, ແຜນພັດທະນາຂະ    ແໜງສາທາລະນະສຸກ 5 ປີຜ່ານມາ, ບົດສໍາຫລວດການນໍາພາລວມ ຂອງອົງຄະນະພັກກະຊວງສາທາລະນະສຸກຄັ້ງທີ VIII ແລະ ຈະໄດ້ດໍາເນີນການ ຄັດເລືອກເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່,ຄັດ ຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາຈາກສະຫາຍ ພັນຄໍາ ວິພາວັນອີກດ້ວຍ.