Emirates ກຽມຈັບມື Pfizer ແລະ ຜູ້ຜະລິດຢາຊັ້ນນຳ ຈັດສົ່ງວັກຊີນໂຄວິດ-19 ກະຈາຍທົ່ວໂລກ

ສາຍ​ການບິນ Emirates ຂອງ​ສະຫະລັດ ອາຣັບ ​ເອມິ​ເຣດ ​ເປີດ​ເຜີຍ​ວ່າ: ກຳລັງ​ວາງ​ແຜນ​ເຮັດ​ວຽກ​ຮ່ວມ​ກັບ Pfizer ​ແລະ ບໍລິສັດ​ຜູ້​ຜະລິດ​ຢາ​ຊັ້ນນຳ​ທົ່ວ​ໂລກ ​ໃນ​ການຈັດ​ລະບົບ​ໂລ​ຈິ​ສຕິກ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ໄປ​ທົ່ວ​ໂລກ.

ທ່ານ ທິມ ຄລາກ ປະທານ​ສາຍ​ການບິນ Emirates ​ເປີດ​ເຜີຍ​ລະຫວ່າງ​ໃຫ້​ສຳພາດ​ພິ​ເສດ​ຕໍ່​ທາງ​ສະຖານີ​ໂທລະພາບ CNBC ວ່າ: ບໍລິສັດ​ກຳລັງ​ຢູ່​ໃນ​ຂັ້ນຕອນ​ການຈັດ​ວາງ​ລະບົບ​ໂລ​ຈິ​ສຕິກ​ທີ່​ດີ​ທີ່​ສຸດ ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຈະ​ສາມາດ​ຈັດ​ສົ່ງ​ວັກ​ຊີ​ນ​ໄປ​ພື້ນທີ່​ຈຳ​ເປັນ​ທຸກ​ແຫ່ງ​ທົ່ວ​ໂລກ.

ຄຳ​ເຫັນ​ຂອງ​ປະທານ​ສາຍ​ການບິນ Emirates ມີ​ຂຶ້ນພຽງ​ບໍ່​ດົນ ຫລັງ​ຈາກ Pfizer ​ເປີດ​ເຜີຍ​ຜົນສຳ​ເລັດ​ຂອງ​ການ​ທົດ​ລອງ​ວັກ​ຊີ​ນ​ໂຄ​ວິດ-19 ​ເຮັດ​ໃຫ້ Emirates ​ແລະ ສາຍ​ການບິນ​ອື່ນໆ​ທົ່ວ​ໂລກ​ຕ່າງ​ຮ່ວມ​ຫາລື​ກັບ Pfizer ​ເພື່ອ​ຫາ​ທາງ​ຈັດ​ສົ່ງ ​ແລະ ກະຈາຍ​ວັກ​ຊີ​ນ​ໃຫ້​ຄວບ​ຄຸມ​ຫລາຍ​ທີ່​ສຸດ.

ລາຍ​ງານ​ລະບຸ​ວ່າ: ການຈັດ​ສົ່ງ ​ແລະ ກະຈາຍ​ວັກ​ຊີ​ນນີ້​ມີ​ເງື່ອນ​ໄຂ ​ແລະ ຂໍ້​ຄວນ​ລະວັງ​ຫລາຍ​ປະການ​​ ​ໂດຍ​ສະ​ເພາະ​ໃນ​ລະຫວ່າງ​ການ​ຂົນ​ສົ່ງ​ທີ່​ຕ້ອງ​ຈັດ​ເກັບ​ວັກ​ຊີ​ນ​ໄວ້​ຢູ່​ໃນ​ອຸນຫະພູມ -70 ອົງສາ ​ເພື່ອ​ຮັກສາ​ຄຸນ​ສົມບັດ​ຕ້ານ​ໄວຣັສ.

ທັງ​ນີ້ Pfizer ​ໄດ້​ອອກ​ມາ​ຄາດ​ຄະ​ເນ​ວ່າ: ຖ້າ​ເປັນ​ໄປ​ຕາມ​ແຜນ ບໍລິສັດ​ຈະ​ສາມາດ​ຜະລິດ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ໄດ້​ເຖິງ 50 ລ້ານ​ໂດ​ສ ພາຍ​ໃນ​ປີ 2020 ​ແລະ ສູງ​ເຖິງ 1.300 ລ້ານ​ໂດ​ສ ​ໃນ​ປີ 2021.

ນອກຈາກ​ Pfizer ​ແລ້ວ, ບັນດາຜູ້​ຜະລິດ​ຢາ​ຊັ້ນນຳ​ຫລາຍ​ແຫ່ງ​ທົ່ວ​ໂລກ​ຕ່າງ​ເລັ່ງມື​ພັດທະນາ​ຄົ້ນຄວ້າ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ຢ່າງ​ເຕັມທີ່ ​ໂດຍ​ມີ​ບໍລິສັດ​ຢາ​ທີ່​ໜ້າ​ຈັບ​ຕາ​ຄື: Moderna, AstraZenecca ​ແລະ Johnson & Johnson ທີ່​ມີ​ລາຍ​ງານ​ວ່າ: ທັງ​ໝົດ​ກຳລັງ​ຢູ່​ລະຫວ່າງ​ການ​ທົດ​ລອງ​ວັກ​ຊີ​ນທາງ​ຄລີ​ນິກ ​ເຊິ່ງ Emirates ຄາດ​ຫວັງ​ວ່າ: ວັກ​ຊີ​ນທີ່​ຜະລິດ​ອອກ​ມາ​ນີ້​ຈະ​ສາມາດ​ຈັດ​ເກັບ​ໃນ​ອຸນຫະພູມ​ທີ່​ຕິດ​ລົບ​ໜ້ອຍ​ກວ່າ​ວັກ​ຊີ​ນຂອງ Pfizer ທີ່​ຈະ​ຊ່ວຍ​ເພີ່ມ​ໂອກາດ​ໃນ​ການ​ຂົນ​ສົ່ງ​ໃຫ້​ຮອດ​ມື​ຜູ້​ບໍລິ​ໂພ​ກ​ໄດ້​ໄວ​ທີ່​ສຸດ.