ເຖິງແມ່ນຈະສັກວັກຊີນແລ້ວກໍຕາມແຕ່ທ່ານໝໍລັດເຊຍກໍຍັງຕິດໂຄວິດ-19

3 ໃນ 4 ກໍລະນີທີ່ພົບເຫັນນັ້ນແມ່ນຢູ່ໃນເຂດ ອັນໄຕ ໃກ້ກັບຊາຍແດນລະຫວ່າງລັດເຊຍ ແລະ ກາຢັກສະຖານ. ເຈົ້າໜ້າທີ່ທ້ອງຖິ່ນລາຍງານວ່າ ກໍລະນີທ່ານໝໍຕິດເຊື້ອທີ່ວ່ານັ້ນ ແມ່ນຕິດພາຍຫຼັງສັກວັກຊີນແລ້ວ.
ຫຼາຍຄົນສັນນີຖານວ່າສາເຫດກໍລະນີຕິດເຊື້ອດັ່ງກ່າວ ອາດຈະແມ່ນຍ້ອນພູມຄຸ້ມກັນຂອງວັກຊີນທີ່ສັກເຂົ້າໄປໃນຮ່າງການນັ້ນຍັງບໍ່ທັນອອກລິດຢ່າງເຕັມຮູບແບບ ຫຼື ອາດຈະແມ່ນຍ້ອນສາເຫດອື່ນໆ.
ທ່ານນາງ Irina Pereladova ຫົວໜ້າພະຍາດລະບາດວິທະຍາໃນເຂດ ອັນໄຕ ໃຫ້ຮູ້ເພີ່ມເຕີມວ່າ ເຈົ້າໜ້າທີ່ແພດ 42 ຄົນໃນເຂດດັ່ງກ່າວລ້ວນແຕ່ໄດ້ຮັບການກວດຫາເຊື້ອ ແລະ ມີຜົນເປັນລົບກ່ອນຈະສັກວັກຊີນ 1 ວັນ. ສະນັ້ນ, ອາດເປັນໄປໄດ້ວ່າ ເຂົາອາດຈະຕິດເຊື້ອໄວຣັດໃນຊ່ວງເວລາທີ່ມີຜົນເປັນລົບຫາໄລຍະເວລາທີ່ໄດ້ຮັບການສັກວັກຊີນ.
RT ໂດຍອ້າງຄຳຢືນຢັນຈາກນັກວີທະຍາສາດວ່າ ພາຍຫຼັງສັກວັກຊີນເຂົ້າໄປໃນຮ່າງກາຍ ມັນຕ້ອງການໄລຍະໜຶ່ງເພື່ອປັບປຸງພັດທະນາພູມຄຸ້ມກັນໃຫ້ຮ່າງແກ່ກາຍເພື່ອຕ້ານກັບເຊື້ອໄວຣັດ. ສຳລັບວັກຊີນ Sputnik V ຄວາມສາມາດສ້າງພູມຄຸ້ມກັນຂອງມັນອາດຈະຍັງບໍ່ທັນສົມບູນແບບຈົນເຖິງເມື່ອສັກເຂັມທີສອງ, ໝາຍູວາມວ່າ 21 ວັນຫຼັງສັກເຂັມທຳອິດ.

