ໄທ ຢຶດຢາເສບຕິດ ມູນຄ່າເກືອບຕື້ດອນລາ

ສຳນັກຂ່າວ ຣອຍເຕີ ລາຍງານເມື່ອຕອນເຊົ້າວັນທີ 13 ພະຈິກນີ້ວ່າ ໄທ ໄດ້ປະສານສົມທົບກັບຫຼາຍປະເທດ ແລະ ອົງການຈັດຕັ້ງທາງກົດໝາຍສາກົນ ເພື່ອສະກັດກັ້ນ ແລະ ທຳລາຍຂະບວນການຄ້າຂາຍຢາເສບຕິດ.

ເຈົ້າໜ້າທີ່ກວດສອບພົບເຫັນຢາເສບຕິດປະເພດປະສົມຈຳນວນ 457 ກະສອບ, ກະສອບລະ 25 ກີໂລກະລາມ ຫຼື ທຽບເທົ່າກັບ 11,4 ໂຕນ ໃນມູນຄ່າເກືອບ 1 ຕື້ດອນລາ ໃນສາງແຫ່ງໜື່ງທີ່ແຂວງ ສະເຊີງເຊົາ.

ຣອຍເຕີ ອ້າງຄຳຖະແຫຼງຂອງລັດຖະມົນຕີກະຊວງຍຸຕິທຳໄທ ສົມສັກ ເທບສຸທິນ ວ່າ: ການຢຶດຢາເສບຕິດຄັ້ງນິ້ ເປັນພຽງບາດກ້າວທຳອິດເທົ່ານັ້ນ, ແຕ່ຫາກຍັງຈະມີການກວດສອບອີກຕໍ່ໄປ.