ອົບຮົມວຽກງານສືບທາວຫາຍາດພີ່ນ້ອງ ໃຫ້ພະນັກງານກາແດງ

ໃນວັນທີ 11-13 ພະຈິກນີ້, ອົງການກາແດງລາວ ໄດ້ຈັດຊຸດອົບຮົມວຽກງານສືບທາວຫາຍາດພີ່ນ້ອງໃຫ້ພະນັກງານກາແດງທົ່ວປະເທດຂຶ້ນ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການສະໜັບສະໜູນຂອງອົງການກາແດງສາກົນ ແລະ ໂດຍການເຂົ້າຮ່ວມຂອງທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ.
ວຽກງານສືບທາວຫາຍາດພີ່ນ້ອງ ເປັນວຽກງານໜຶ່ງທີ່ສຳຄັນໃນການຊ່ວຍເຫລືອຍາດພີ່ນ້ອງທີ່ພັດພາກຈາກກັນ ແລະ ທັງເປັນການຫລຸດຜ່ອນຄວາມກັງວົນໃຫ້ພີ່ນ້ອງ, ເປັນສື່ກາງໃນການສົ່ງຂ່າວໃຫ້ຄອບຄົວ ແລະ ຊ່ວຍໃຫ້ຄອບຄົວກັບມາຕິດຕໍ່ກັນໄດ້. ດັ່ງນັ້ນ ການຝຶກອົບຮົມຄັ້ງນີ້ຈະເປັນໂອກາດສຳຄັນໃຫ້ນັກສຳມະນາກອນໄດ້ແລກປ່ຽນບົດຮຽນ ແລະ ປະສົບການປະຕິບັດງານຕົວຈິງຊຶ່ງກັນ ແລະ ກັນ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານຮັບຜິດຊອບ ແລະ ຜູ້ຊີ້ນຳວຽກງານສືບທາວຫາໃນຂັ້ນແຂວງ ແລະ ເປັນການເສີມສ້າງທັກສະດ້ານການລົງໂຄສະນາວຽກງານສືບທາວຫາຍາດຢູ່ທ້ອງຖິ່ນ.
ໃນໄລຍະຜ່ານມາ ອົງການກາແດງລາວໄດ້ເປີດຄຳຮ້ອງສືບທາວຫາຍາດພີ່ນ້ອງ ແລະ ສາ ມາດສືບທາວຫາເຮັດໃຫ້ສະມາຊິກຄອບຄົວໄດ້ຮັບຮູ້ຂ່າວ ແລະ ກັບມາຢູ່ຮ່ວມກັນເປັນຈຳນວນບໍ່ໜ້ອຍ. ນອກນັ້ນ, ຍັງໄດ້ຊ່ວຍສົ່ງຈົດໝາຍກາແດງ ໃຫ້ພີ່ນ້ອງທີ່ພັດພາກກັນຢູ່ຕ່າງປະເທດໄດ້ຫລາຍສະບັບ, ຂະຫຍາຍການຊ່ວຍເຫລືອຜ່ານການກະຈາຍຂໍ້ມູນໃຫ້ສັງຄົມທາງສື່ໂຄສະນາທາງວິທະຍຸ, ວີດີໂອ, ແຜ່ນໂຄສະນາ, ໃຫ້ປະຊາຊົນໃນຂັ້ນບ້ານ ແລະ ໄດ້ພ້ອມກັນຜ່ານຮ່າງປື້ມຄູ່ມືວຽກງານນີ້.

