ສະພາແຫ່ງຊາດ ຮັບຮອງເອົາການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ໃນວັນທີ 13 ພະຈິກນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນໃສ່ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ທີ່ສະເໜີໂດຍທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບຕາມການສະເໜີປັບປຸງບາງມາດຕາຂອງກົດໝາຍສະບັບນີ້ ແລະ ພ້ອມກັນລົງຄະແນນສຽງຮັບຮອງເອົາ ດ້ວຍຄະແນນສຽງສ່ວນຫລາຍ.
ທ່ານ ນາງ ວຽງທອງ ສີພັນດອນ ລາຍງານໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ປະກອບມີ X ພາກ, 7 ໝວດ, 75 ມາດຕາ, ໃນນັ້ນ ສະເໜີປັບປຸງ 3 ມາດຕາຄື: ມາດຕາ 34 ກ່ຽວກັບປະທານອົງການກວດສອບແຫ່ງລັດ, ມາດຕາ 35 ກ່ຽວກັບສິດ ແລະ ໜ້າທີ່ຂອງປະທານອົງການກວດສອບແຫ່ງລັດ ແລະ ມາດຕາ 44 ກ່ຽວກັບມາດຕະຖານສະເພາະຂອງປະທານອົງການກວດສອບປະຈຳພາກ ເຊິ່ງບໍ່ໄດ້ເຮັດໃຫ້ຈຳນວນພາກ, ໝວດ ແລະ ມາດຕາຂອງກົດໝາຍນີ້ເພີ່ມຂຶ້ນ ຫລື ຫລຸດລົງ, ໃນນັ້ນ ໄດ້ປັບປຸງບາງມາດຕາໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງ ແນໃສ່ເຮັດໃຫ້ລະບົບການຈັດຕັ້ງຂອງອົງການກວດສອບແຫ່ງລັດມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ຮັບປະກັນປະສິດທິພາບ, ປະສິດທິຜົນ ແລະ ຄຸນນະພາບຜົນການກວດສອບຂອງອົງການກວດສອບແຫ່ງລັດ.
ພ້ອມດຽວກັນນັ້ນ, ການປັບປຸງກົດໝາຍສະບັບນີ້ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານກວດສອບແຫ່ງລັດສອດຄ່ອງກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຕົວຈິງ ເປັນຕົ້ນການບັນຈຸ, ການສັບຊ້ອນ, ການຍົກຍ້າຍ, ການເລືອກຕັ້ງ, ການແຕ່ງຕັ້ງ, ປົດຕຳແໜ່ງ, ການຄຸ້ມຄອງ, ການນຳໃຊ້ ແລະ ປະເມີນຜົນການປະຕິບັດວຽກງານເປັນໄປຕາມຫລັກການພື້ນຖານຂອງການຄຸ້ມຄອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ການຈັດຕັ້ງຂອງອົງການກວດສອບແຫ່ງລັດມີຄວາມໜັກແໜ້ນ, ເຂັ້ມແຂງຍິ່ງຂຶ້ນ.


