YouTube ລົ້ມທົ່ວໂລກ ຜູ້ໃຊ້ບໍ່ສາມາດເບິ່ງວິດີໂອໄດ້

ວັນທີ 12 ພະຈິກນີ້ ເວລາປະມານ 07:15 ໂມງ ເກີດບັນຫາການນຳໃຊ້ YouTube ບໍ່ສາມາດເຂົ້າເບິ່ງວິດີໂອໄດ້ທຸກແພກຟອມ ອາການທີ່ພົບສ່ວນຫລາຍຄື: ບໍ່ສາມາດ play video ໄດ້, ວິດີໂອໝຸນຕະຫລອດເວລາ.
ຫລ້າສຸດທີມງານ YouTube ໂພສຂໍ້ຄວາມຜ່ານທະວິດເຕີວ່າ: ຮັບຮູ້ບັນຫາແລ້ວ “ຖ້າທ່ານມີບັນຫາໃນການເບິ່ງວິດີໂອໃນ YouTube ຕອນນີ້ ທ່ານບໍ່ໄດ້ຢູ່ຄົນດຽວ ທີມຂອງພວກເຮົາຮັບຮູ້ບັນຫາ ແລະ ກຳລັງດຳເນີນການແກ້ໄຂຢູ່ ຕິດຕາມການອັບເດດຂໍ້ມູນໄດ້ທີ່ນີ້”.
ຈາກການກວດສອບໃນເວັບໄຊ Downdetector ພົບວ່າ: YouTube ລົ້ມ ກະທົບເກືອບທຸກພາກພື້ນທົ່ວໂລກ.

