ດັບຊີວິດຍ້ອນໄປລັກສາຍໄຟ

ເຈົ້າໜ້າທີ່ ປກສ ເມືອງຮຸນ ແຂວງອຸດົມໄຊ ລາຍງານວ່າ: ຄືນວັນທີ 3 ພະຈິກຜ່ານມາ, ໄດ້ເກີດເຫດຄົນຮ້າຍໄປລັກຕັດສາຍໄຟຢູ່ແຄ້ມ ບ້ານຫົວນ້ຳມາວ ເມືອງຮຸນ ແຂວງອຸດົມໄຊ, ແຕ່ໂຊກຮ້າຍຖືກໄຟຟ້າຊ໋ອດເສຍຊີວິດຄາທີ່.

ພາຍຫລັງໄດ້ຮັບແຈ້ງເຫດວ່າມີຄົນເສຍຊີວິດຢູ່ແຄັມໄຟຟ້າໃນສວນກ້ວຍ ບ້ານຫົວນໍ້າມ້າວ ຈຶ່ງແຕ່ງຕັ້ງພະນັກງານເຂົ້າໄປກວດກາສະຖານທີ່ດັ່ງກ່າວແລະ ພົບເຫັນ ທ້າວ ຄົວເນັງຢາ ອາຍຸ 40 ປີ ປະຊາຊົນຊົບ້ານດັ່ງກ່າວ ນອນເສຍຊີວິດໃນສະພາບຕົກຈາກທີ່ສູງ ພ້ອມກັບໄຟສາຍ, ຄີມຕັດ ແລະ ກະແຈ ຕົກຢູ່ຂ້າງສົບ. ນອກນີ້ຍັງພົບເຫັນໄມ້ສຽບຕາມຮູເສົາໄຟ ເພື່ອໃຊ້ເປັນບ່ອນຢຽບຂຶ້ນໄປເອົາສາຍໄຟ.

ຜ່ານການສຶບສວນ-ສອບສວນ ຈຶ່ງຮູ້ວ່າ: ໃນຕອນກາງຄືນຜູ້ຕາຍໄດ້ປີນຂຶ້ນໄປລັກຕັດເອົາສາຍໄຟ, ໃນຂະນະເອົາຄີມຕັດເອົາສາຍໄຟຟ້ານັ້ນໄດ້ເກີດໄຟຟ້າຊ໋ອດ ແລະ ຕົກລົງສູ່ພື້ນດິນເຮັດໃຫ້ເສຍຊີວິດຄາທີ່.