ໄອເດຍດີ… ໄວຫນຸ່ມຈາກ ໂຮ່ຈິມິນ ເອົາໃບຕອງ ມາເຮັດກ່ອງໃສ່ອາຫານ ແທນການນຳໃຊ້ກັບໂຟມ

ໄວໜຸ່ມຈາກນະຄອນໂຮ່ຈິມິນ(ຫວຽດນາມ) ນຳເອົາ ເປືອກຕົ້ນກ້ວຍ, ໃບຕອງກ້ວຍມາອັດແຫ້ງ ເພື່ອນຳໃຊ້ເຮັດເປັນກັບໃສ່ສິ່ງຂອງ, ເຮັດຈອກ, ຈານ ປ່ຽນແທນການນຳໃຊ້ກັບໂຟມ, ກັບຢາງປາລາສະຕິກ.
ຜະລິດຕະພັນດັ່ງດ່າວແມ່ນເຮັດດ້ວຍວັດຖຸຈາກທຳມະຊາດ ຊຶ່ງສາມາດຍ່ອຍສະຫຼາຍໄດ້ພາຍໃນ 45 ວັນ. ໃບຕອງກ້ວຍມີຂະໜາດໃຫ່ຍສາມາດຕອບສະໜອງການຫຸ້ມຫໍສິ່ງຂອງ, ບໍ່ເປັນພິດຕໍ່ສຸຂະພາບຂອງຜູ້ນຳໃຊ້.
ຫວຽດນາມ ເປັນປະເທດທີ່ປູກກ້ວຍຫຼາຍ, ພາຍຫຼັງລະດູເກັບກູ້ເອົາຜົນລະປູກໝົດແລ້ວ ຊາວສວນຍັງໄດ້ຂາຍໃບຕອງ, ຕົ້ນກ້ວຍນຳອີກ ເພື່ອເພີ່ມລາຍຮັບໃນຄອບຄົວ.
ໃນອະນາຄົດຂ້າງໜ້າ, ຍັງຈະມີໂຄງການຄົ້ນຄ້ວາ ແລະ ທົດລອງນຳໃຊ້ຜະລິດຕະພັນໃໝ່ໆ ທີ່ເປັນມິດກັບສິ່ງແວດລ້ອມຈາກ ໃບບົວຫຼວງ, ກາບໝາກ…ຕື່ມອີກ.

