ຫຼັງເລືອກຕັ້ງສະຫະລັດ ຈັບຕາຕໍ່ທີ່ມຽນມາ

ປະຊາຊົນຜູ້ມີສິດເລືອກຕັ້ງຊາວມຽນມາປະມານ 37 ລ້ານຄົນຕຽມເລືອກຕັ້ງທົ່ວໄປໃນວັນທີ 8 ພະຈິກນີ້ ຫຼັງການເລືອກຕັ້ງແຕ່ປີ 2015 ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ(ເອັນແອວດີ) ນຳໂດຍນາງ ອອງຊານຊູຈີ ຄ້ວາໄຊຊະນະຢ່າງຖະຫຼົ່ມຖະລາຍ ກ້າວຂຶ້ນເປັນຜູ້ນຳປະເທດ ຫຼັງຈາກຫຼາຍປີທີ່ຜ່ານມາ ໂດຍຕໍ່ສູ້ບໍ່ໃຊ້ຄວາມຮຸນແຮງກັບຜະເດັດການທະຫານຈົນໄດ້ຮັບຄວາມຊື່ນຊົມຈາກນານາປະເທດ.
ເຖິງຈະມີການວິຈານວ່າ ນາງ ອອງຊານຊູຈີ ແລະ ພັກພວກກັງວົນເລື່ອງຢຶດອຳນາດເພື່ອຕົວເອງຫຼາຍກ່ວາການສະໜັບສະໜູນປະຊາທິປະໄຕໃນວົງກ້ວາງ ດ້ວຍຄວາມພະຍາຍາມນຳລະບອບປະຊາທິປະໄຕແບບພັກດຽວ ຄະນະກຳມະການເລືອກຕັ້ງຂອງລັດຍັງຖືກກ່າວຫາວ່າບໍ່ມີຄວາມເປັນກາງມີການຕັດສິດທິເຜົ່າສ່ວນນ້ອຍຊາວມຸດສະລີມໂຣຮີນຢາ ການເລືອດຕັ້ງປີນີຄາດວ່າພັກເອັນແອວດີຈະໄດ້ຮັບຄະແນນສູງສຸດອີກຄັ້ງເນື່ອງຈາກປະຊາຊົນຍັງມອບຄວາມໄວ້ວາງໃຈໂດຍບໍ່ຄຳນຶງເຖິງການບໍລິຫານຂອງລັດຖະບານ.

